ໜ່ວຍພັກພະແນກຍຸຕິທຳແຂວງ ສະຫວັນນະເຂດ ຈັດພິທີມອບ ບັດສະມາຊິກພັກສົມບູນ ຊຸດທີ II.

ໃນຕອນແລງຂອງ ວັນທີ 5 ຕຸລາ 2018 ທີ່ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ມີພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຂອງໜ່ວຍພັກພະແນກຍຸຕິທຳແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ມອບໂດຍ ສະຫາຍ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ເຂົ້າຮ່ວມຄັ້ງນີ້ມີບັນດາສະຫາຍຄະນະພັກ, ບັນດາແຂກຈາກພະແນກການອ້ອມຂ້າງແຂວງ ພ້ອມທັງສະຫາຍສະມາຊິກພັກທັງໝົດໃນພະແນກຍຸຕິທຳແຂວງ ຊຶ່ງມີຈຳນວນທັງໝົດ 35 ສະຫາຍ, ຍິງ 10 ສະຫາຍ.

        ສະຫາຍ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ລາຍງານການເຄື່ອນໄຫວດຳເນີນການອອກບັດ-ມອບບັດ ພາຍໃນພະແນກຍຸຕິທຳແຂວງ ຊຶ່ງທ່່ານໄດ້ລາຍງານເຖິງຈຸດພິເສດ, ທີ່ຕັ້ງສະພາບລວມ ການເຄື່ອນໄຫວດຳເນີນການອອກບັດ ພ້ອມທັງທິດທາງແຜນການໃນຕໍ່ໜ້າ, ຊຶ່ງໃນຄະນະໜ່ວຍພັກພະແນກຍຸຕິທຳມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 8 ສະຫາຍ, ໃນນີ້ມີສະມາຊິກພັກຮັບເບ້ຍບຳນານ 4 ສະຫາຍ, ຍິງ 1 ສະຫາຍ, ສະມາຊິກພັກສຳຮອງ 5 ສະຫາຍ, 1 ສະຫາຍໄປສຶກສາຕໍ່ປະລິນຍາໂທໄລຍະ 3 ປີ ທີ່ ສສ ຫວຽດນາມ ແລະ 1 ສະຫາຍໄປຝຶກອົບຮົມໄລຍະ 3 ເດືອນ ທີ່ ສສ ຫວຽດນາມ, ມີໜ້າຕົວຈິງ 30 ສະຫາຍ, ຍິງ 8 ສະຫາຍ. ສະມາຊິກພັກ ທີ່ໄດ້ຮັບບັດສະມາຊິກພັກສົມບູນ 21 ສະຫາຍ, ຍິງ 8 ສະຫາຍ ໃນນີ້ຮັບບັດຄັ້ງທີ I ມີ 8 ສະຫາຍ, ຍິງ 3 ສະຫາຍ ແລະ ຄັ້ງ ທີ II ມີ 13 ສະຫາຍ, ຍິງ 5 ສະຫາຍ.

      

ໃນຕອນທ້າຍຂອງຂອງພິທີ ສະຫາຍປະທານກອງປະຊຸມ ກໍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານຂອງ ໜ່ວຍພັກ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນສະມາຊິກພັກທີ່ຍາດມາໄດ້ ແລະ ມີຄຳເຫັນຊີ້ນຳບັນດາສະມາຊິກພັກ ແລະ ໜ່ວຍພັກເປັນຕົ້ນແມ່ນການຂະຫຍາຍແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຕິບັດໃຫ້ສົມເປັນສະມາຊິກພັກທີ່ເຂັ້ມແຂງ ເພື່ອເປັນແບບຢ່າງນຳໜ້າໃຫ້ສະມາຊິກພັກ ແລະ ມະຫາຊົນ ແນໃສ່ສ້າງພາບພົດກໍຄືຮັກສາບົດບາດຂອງການນຳພາຂອງພັກຕະຫຼອດໄປ. ສະນັ້ນ ເພື່ອຮັກສາມູນເຊື້ອການເປັນແກນນຳໃນລະບົບການເມືອງ ຈຶ່ງຮຽກ ຮ້ອງມາຍັງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ຈົ່ງຮັກສາມູນເຊື້ອ ເພີ່ມຄວາມສາມັກຄີພາຍໃນ ໃຫ້ເປັນປືກແຜນ ເປັນພະນັກງານທີ່ດີເດັ່ນຂອງພັກ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງຖືກຕ້ອງ.