ຫ້ອງການຍຸຕິທຳ ເມືອງ ພີນ ສ້າງຕັ້ງໜ່ວຍງານທະບຽນສານ ແລະ ເປີດໃຫ້ບໍລິການແລ້ວ

ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຕໍ່ວຽກງານທະບຽນສານໃຫ້ມີຄວາມສະດວກ ແລະ ວ່ອງໄວ້ ຮັບປະກັນຄວາມຖ້ອງຕ້ອງ ແລະ ຍຸຕິທຳ ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2016 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ.

        ມາໃນວັນທີ 28 ມີນາ 2018 ຫ້ອງການຍຸຕິທຳເມືອງ ພີນ ແຂວງສະຫວັນນະເຂດ ໄດ້ສ້າງຕັ້ງໜ່ວຍງານທະບຽນສານຂື້ນ ແລະ ເປີດການເຄື່ອນໄວວຽກງານຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳມາດ ເນົາວົງພະຈັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງພີນ ແລະ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າຫ້ອງການທະບຽນສານ, ເຂົ້າຮ່ວມຄັ້ງນີ້ມີ ພະນັກງານຈາກພະແນກຍຸຕິທຳແຂວງ, ຫ້ອງການຍຸຕິທຳເມືອງ, ຕ່າງໜ້າຫ້ອງການອ້ອມຂ້າງເມືອງ, ຕ່າງໜ້າບັນດາໜ່ວຍທະນາຄານພາຍໃນເມືອງ ແລະ ບັນດາຫົວໜ່ວຍທຸລະກິດ ພ້ອມດ້ວຍການຈັດຕັ້ງບ້ານອ້ອມຂ້າງເທດສະບານເມືອງ ຊຶ່ງມີຈຳນວນຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 12 ທ່ານ.


Caption

ພາຍຫຼັງ ເປີດໜ່ວຍງານທະບຽນສານຢ່າງເປັນທາງການແລ້ວ ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳ ບັນດາຫ້ອງການອ້ອມຂ້າງເມືອງ ຕ້ອງເອົາໃຈໃສ່ໃນການຮ່ວມມື ຕໍ່ວຽກງານທະບຽນສານ ເພາະເປັນວຽກງານໜຶ່ງທີ່ມີບົດບາດສຳຄັນຂອງຂະແໜງຍຸຕິທຳ, ໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມຈິງ ແລະ ຕາມກົດໝາຍ ຂອງສັນຍາ ແລະ ເອກະສານອື່ນໆ, ແນໃສ່ເພີ່ມທະວີນິຕິທຳ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການການຈັດຕັ້ງປະກອບສ່ວນໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເວົ້າສະເພາະ ເວົ້າລວມກໍຄືຂອງປະເທດ.