ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ຈັດຕັ້ງເຜີຍແຜ່ ຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ ແລະ ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນ ລາວ-ກຳປູເຈຍ

ໃນຕອນເຊົ້າ ວັນທີ 24 ມີຖຸນາ 2018 ທີ່ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງເຜີຍແຜ່ ຄຳສັ່ງ ຂອງນາຍຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 09 / ກຸມພາ / 2018. ໃຫ້ກຽດເຜີຍແຜ່ໂດຍທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະ ກອນ ພະແນກຍຸຕິທຳແຂວງ ຈຳນວນ 49 ທ່ານ, ຍິງ 20 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນການວິເຄາະ ແລະ ການກຳນົດຕຳແໜ່ງງານແມ່ນມີຄວາມສຳຄັນ ແລະ ມີຄຸນປະໂຫຍດຫຼາຍ, ຖ້າກຳນົດໃຫ້ຖືກຕ້ອງ, ຊັດເຈນ ແລະ ແທດເໝາະກັບຕົວຈິງ ກໍຈະເຮັດໃຫ້ການສອບເສັງຄັດເລືອກລັດຖະກອນໃໝ່ ແລະ ການບັນຈຸຊັບຊ້ອນພະນັກງານ-ລັດຖະກອນ ໃສ່ຕຳແໜ່ງງານນັ້ນໆ ໄດ້ຢ່າງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຕົວຈິງ ຈຶ່ງສາມາດແກ້ໄຂບັນຫາພະນັກງານເຫຼືອບໍ່ພໍ ໃນກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ.

         

 

ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນ ລາວ-ກຳປູເຈຍ ຊຶ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໂດຍຍົກໃຫ້ເຫັນເຖິງ:  ການພົວພັນລະຫວ່າງລາວ-ກຳປູເຈຍ, ສະພາບຊາຍແດນ, ການປັກຫຼັກໝາຍ ແລະ ເຫດການທີ່ເກີດຂື້ນ ພ້ອມທັງການຊີ້ນຳ ແລະ ທິດທາງໃນການແກ້ໄຂບັນຫາທີ່ເກີດຂື້ນ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ.