ພະແນກຍຸຕິທຳແຂວງສະຫວັນນະເຂດ ລົງຊຸກຍູ້ ແລະ ຕິດຕາມ ການຮຽນ-ການສອນກົດໝາຍຊັ້ນຕົ້ນ

    ໃນທ້າຍເດືອນ ກຸມພາ 2018 ທີ່ຜ່ານມາ ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງອຸທຸມພອນ ຊຶ່ງນຳພາໂດຍ ທ່ານ ຄຳສິງ ເພັງໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ.

    ສຳລັບການຮຽນ-ການສອນກົດໝາຍຊັ້ນຕົ້ນໃນເທື່ອນີ້ ແມ່ນໄດ້ເປີດຢ່າງເປັນທາງການໃນວັນທີ 12 ກຸມພາ 2018 ທີ່ຜ່ານມາ, ຢູ່ກຸ່ມບ້ານນາໂພ, ມີຜູ້ເຂົ້າຮຽນທັງໝົດ 63 ທ່ານ, ຍິງ 3 ທ່ານ ທີ່ມາຈາກ 12 ບ້ານຢູ່ອ້ອມຂ້າງ. ມາຮອດປັດຈຸບັນໄດ້ສໍາເລັດແລ້ວ 11 ວິຊາຮຽນ ແລະ ຈະສືບຕໍ່ຮຽນອີກ 26 ວິຊາຈຶ່ງຈະສຳເລັດ.

    ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານ ຄຳສິງ ເພັງໄຊຍະພອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮຽນ ຊຶ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ຜູ້ເຂົ້າຮຽນ ຈົ່ງສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ເຂົ້າຮ່ວມການຮຽນຈົນສຸດກົກສຸດປາຍ, ເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນການຮຽນ, ການປະຕິບັດໜ້າທີ່ວຽກງານ ພ້ອມກັນແລກປ່ຽນບົດຮຽນ ເພື່ອເຮັດໃຫ້ທຸກຄົນຮັບຮູ້ ແລະ ເຂົ້າໃຈ ກົດໝາຍ ແລະ ລະບຽບການທີ່ລັດປະກາດໃຊ້ໃນແຕ່ລະ ລະຍະ ໄດ້ຢ່າງລະອຽດຈະແຈ້ງຂຶ້ນຕື່ມ.

ຂ່າວ: ສີປະໄພ. ພາບ: ດາວພະຕາ.