ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງສະຫວັນນະເຂດ ຮັບຟັງການປາຖະກະຖາວັນກຳມະກອນສາກົນ ຄົບຮອບ 131 ປີ ແລະ ເອກະສານສຳຄັນຈຳນວນໜຶ່ງ

    ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນ ກຳມະກອນສາກົນຄົບຮອບ 131 ປີ ຂຶ້ນໃນວັນທີ 3 ພຶດສະພາ 2017, ໃຫ້ກຽດເຂົ້າຮ່ວມ ແລະ ປະຖະກະຖາຄັ້ງນີ້ໂດຍ ທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ, ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງ ຈຳນວນ 52 ທ່ານ, ຍິງ 21 ທ່ານ ເຂົ້າຮ່ວມຢ່າງ ພ້ອມພຽງ.

     ໃນພິທີ ທ່ານຄຳສິງ ເພັດໄຊຍະພອນ ໄດ້ຍົກໃຫ້ເຫັນເງື່ອນໄຂທີ່ພາໃຫ້ເກີດມີວັນກຳມະກອນສາກົນ, ໃນວັນທີ 1 ພຶດສະພາ ປີ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກກາໂກ ຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ ແລະ ຮຽກຮ້ອງໃຫ້ພວກນາຍທຶນປະຕິບັດຕາມການສະເໜີ ຂອງກຳມະ ກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງ ຮ່ຳຮຽນ’’ ຕໍ່ມາໃນວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນ ທີ່ນະຄອນ ຫຼວງປາຣີ (ປະເທດຝະຣັ່ງ) ມີຜູ້ແທນເຂົ້າ ຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອັກຊັງຕິນ ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານທີ່ສຳຄັນ ຄື: ຊັ້ນຊັ້ນກຳມະກອນສາມັກ ຄີຕໍ່ສູ້ເພື່ອປະ ຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນແຕ່ນັ້ນມາວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນ ບຸນໃຫຍ່ຂອງຊົນຊັ້ນກຳມະກອນ ໃນທົ່ວໂລກ”. ສະເພາະຢູ່ ສປປ ລາວ ທ່ານຍັງໄດ້ຍົກໃຫ້ເຫັນ ການຕໍ່ສູ້ຂອງກຳມະກອນລາວ 131 ປີ ທີ່ຜ່ານມາ ຊຶ່ງປະກອບມີ 3 ລະຍະ “ລະຍະການຕໍ່ສູ້ຕ້ານລັດທິລ່າ ເມືອງຂື້ນແບບເກົ່າ, ລະຍະແຫ່ງການຕໍ່ສູ້ຕ້ານລັດທິລ່າ ເມືອງຂື້ນແບບໃໝ່ຂອງຈັກກະພັດອາເມລິກາ ແລະ ລະຍະການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຊົ້ນຊັ້ນກຳມະກອນ ລາວ”.

     ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຍັງໄດ້ຮັບຟັງການເຜີຍແຜ່ບົດແນະນຳ ເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບ ປຸງ) ຊຶ່ງປ່ຽນແທນບົດແນະນຳ ສະບັບເລກທີ 224/ອກລ, ລົງວັນທີ 12/12/2013 ຊຶ່ງທ່ານໄດ້ຍົກໃຫ້ເຫັນຈຸດປະສົງ, ຄາດໝາຍ, ບາງເນື້ອໃນຂອງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ການຈັດຕັ້ງປະຕິ ບັດ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຈັດຕັ້ງປະຕິບັດ ບົດແນະນຳດັ່ງກ່າວ.