ກອງປະຊຸມພົບປະລະຫວ່າງ ພະແນກຍຸຕິທຳແຂວງສະຫວັນນະເຂດ ກັບ ຄະນະຊ່ຽວຊານຈາກໂຄງການເຊກາ (CEGGA)

        ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ເປີດກອງປະ ຊຸມພົບປະກັບ ຊ່ຽວຊານຈາກສະຫະພາບເອີລົບ ແລະ ອົງການ GIZ (ເຢຍລະມັນ) ໃນວັນທີ 12-14 ມິຖຸນາ 2017 ໂດຍການເຂົ້າຮ່ວມຂອງທ່ານ ອຸໄພວັນ ໄຊຍະ ວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ, ທ່ານ ມາຄຸດ ບາລເຊີ ຊຽວຊານກົດໝາຍ ແລະ ທີ່ປືກສາໃຫ້ໂຄງການ, ທ່ານ ນາງ ພາເມລາ ຈາຫວັດ ຜູ້ອຳນວນການໂຄງການເຊກາ ປະຈຳ ສປປ ລາວ ແລະ ທ່ານ ໂລທາ ຈານ ຜູ້ຕາງໜ້າຫ້ອງການສຳນັກງານໃຫຍ່ GIZ ຈາກປະເທດເຢຍລະມັນ, ບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການທັງໝົດ ພາຍໃນພະແນກ ຍຸຕິທຳແຂວງ ສະຫວັນນະເຂດ ກໍເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການພົບປະກັນໃນຄັ້ງນີ້ ເພື່ອເກັບກຳຂໍ້ມູນ, ສັງລວມຂໍ້ສະເໜີ ແລະ ຄວາມຕ້ອງການຈັດຕັ້ງກິດຈະກຳຂອງພາກສ່ວນກ່ຽວຂ້ອງນຳໄປຂຽນບົດໂຄງ ການຊ່ວຍເຫຼືອເພີ່ມເຕີມໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຶ່ງໃນປະຈຸບັນສະຫະພາບເອີລົບສົມທົບກັບລັດຖະບານເຍລະມັນ ແລະ ສະວິດສະແລນ ກຳລັງໃຫ້ການຊ່ວຍເຫຼືອກະຊວງຍຸຕິທຳ,ກະຊວງພາຍໃນ, ກະຊວງການຕ່າງປະ ເທດ ແລະ ສະພາແຫ່ງຊາດ ໂດຍພາຍໃຕ້ໂຄງການ ‘‘ການມີສ່ວນຮ່ວມຂອງປະຊາຊົນໃນການປົກຄອງທີ່ດີ ແລະ ປົກຄອງລັດດ້ວຍກົດໝາຍ’’ ຫຼື ເອີ້ນວ່າ: ໂຄງການເຊກາ (CEGGA).

      ພາຍຫຼັງທ່ານຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ລາຍງານສະພາບລວມຂອງການປະຕິບັດວຽກງານຂອງພະແນກຍຸຕິທຳແຂວງໃນປະຈຸບັນ, ຂໍ້ສະເໜີ ແລະ ຄວາມຕ້ອງການຂອງການຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ເປັນຕົ້ນ ໂຄງການໂຄສະນາສຶກສາອົບຮົມກົດໝາຍ, ໂຄງການປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ການສ້າງຄອບຄົວ ແລະ ບ້ານປອດຄະດີ, ໂຄງການຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ໃຫ້ທ່ານຜູ້ ຕາງໜ້າໂຄງການຊາບແລ້ວ. ຫຼັງຈາກນັ້ນ ກໍໄດ້ລົງຢຽມຢາມຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແຂວງສະຫວັນນະເຂດ ແລະ ໄດ້ສົນທະນາກ່ຽວກັບວິທີການ, ຂັ້ນຕອນການໃຫ້ຄຳປຶກສາລ້າທາງດ້ານກົດໝາຍ, ພ້ອມທັງລົງຢ້ຽມຢາມຫ້ອງການຍຸຕິທຳເມືອງ ໄກສອນພົມວິຫານ ແລະ ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ບ້ານຜັກຂະ.

     ພາຍຫຼັງທີ່ສຳເລັດການພົບປະ ແລະ ເຮັດວຽກຮ່ວມກັບພະແນກຍຸຕິທຳແຂວງແລ້ວ ຄະນະໂຄງການດັ່ງກ່າວຍັງໄດ້ພົບປະ ແລະ ເຮັດວຽກກັບສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກພາຍໃນ ແຂວງ ແລະ ສະພາປະຊາຊົນແຂວງອີກດ້ວຍ.