ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດກອງປະຊຸມໃຫຍ່ ຄັ້ງທີ III ແລະ ມອບໃບຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກ ສະໄໝທີ II

     ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນ ໃນວັນທີ 10 ພຶດສະພາ 2017 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ຂອງທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ສະຫວັນນະເຂດ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະ ແນກຍຸຕິທຳ ແຂວງສະຫວັນນະເຂດ, ມີບັນດາແຂກຈາກພະແນກການອ້ອມຂ້າງ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມລວມທັງໝົດ 46 ສະຫາຍ, ຍິງ 18 ສະຫາຍ.

     ພາຍຫຼັງທີ່ກອງປະຊຸມໄດ້ໄຂຂື້ນຢ່າງເປັນທາງການແລ້ວ ສະຫາຍ ອານຸວົງ ວຽງມະນີ ເລຂາຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ໄດ້ຜ່ານບົດລາຍງານການເມືອງ ພ້ອມທັງຜ່ານບົດສະຫຼຸບຊາວ ໜຸ່ມ 4 ບຸກ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ໄດ້ມອບໃບຍ້ອງຍໍ ແລະ ໃບຢັ້ງຢືນນາມມະຍົດເປັນຮາກຖານຊາວໜຸ່ມ 4 ບຸກ ສະໄໝທີ II ແລະ ໜ່ວຍຊາວໜຸ່ມ 4 ບຸກ, ຊຶ່ງຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ແມ່ນມີ 2 ໜ່ວຍຂື້ນກັບ ຄື: ໜ່ວຍຊາວໜຸ່ມຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ໜ່ວຍຊາວໜຸ່ມຫ້ອງການທະບຽນສານ.

    ພ້ອມກັນນັ້ນ ກອງປະຊຸມໄດ້ຈັດຕັ້ງປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ສະໝັກ ຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ ແມ່ນເລືອກເອົາ 3 ສະຫາຍເຂົ້າເປັນຄະນະຊຸດໃໝ່ ຊຶ່ງມີຜູ້ແທນກອງປະຊຸມປ່ອນ ບັດຄັດເລື່ອກ ຈຳນວນ 31 ສະຫາຍ, ຍິງ 14 ສະຫາຍ, ການປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໄໝ່ ດຳເນີນໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ ຊຶ່ງຜົນການປ່ອນບັດໄດ້ຄະນະຊຸດໃໝ່ 3 ສະຫາຍ, ຍິງ 1 ສະຫາຍ ປະ ກອບດ້ວຍ ສະຫາຍ ອານຸວົງ ວຽງມະນີ ເປັນເລຂາ, ສະຫາຍ ທິບທຸລັກ ແກ້ວວົງສາ ເປັນຮອງເລຂາ, ສະຫາຍ ນາງ ວິໄຊພອນ ວົງປັນຍາ ເປັນຄະນະພ້ອມທັງເປັນປະທານກວດກາ ແລະ ສະຫາຍ ດາລາວັນ ປັດຕິວົງ ເປັນ ຮອງປະທານກວດກາ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ, ກຳມະການສູກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ກໍໄດ້ໂອ້ລົມພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຂອງຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ພ້ອມທັງ ໃຫ້ທິດຊີ້ນຳບາງບັນຫາດັ່ງນີ້: (1) ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກ ຊາວໜຸ່ມໃຫ້ມີຫຼັກໝັ້ນການເມືອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດນັບມື້ໜັກແໜ້ນກ່ວາເກົ່າ, (2) ເພີ່ມທະວີຄວາມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ໂດຍປະຕິບັດຫຼັກການພື້ນຖານຂອງພັກໃຫ້ເຂັ້ມງວດ ເປັນຕົ້ນ ແມ່ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ, ກ້າຕຳນິຕົນເອງ ແລະ ຕິຊົມກັນ, (3) ເອົາ ໃຈໃສ່ວຽກງານກວດກາ ເປັນຕົ້ນ ວຽກງານກວດກາຂອງຊາວໜຸ່ມ, ກວດກາການປະຕິບັດໜ້າທີ່ຂອງສະມາຊິກຊາວໜູ່ມໃຫ້ເຂັ້ມແຂງ ແລະ ຮັກສາໄດ້ມູນເຊື້ອຮາກຖານ ແລະ ໜ່ວຍຊາວໜຸ່ມ 4 ບຸກ, (4) ເອົາໃຈໃສ່ຄົ້ນ ຄ້ວາກຳແໜ້ນທິດທາງແຜນການຂອງຂັ້ນເທິງໃນແຕ່ລະ ລະຍະ, ຮູ້ຜັນຂະຫຍາຍໃຫ້ເປັນແບບແຜນອັນລະອຽດຂອງຕົນ ໂດຍສະເພາະການເປັນເສນາທິການໃຫ້ພະແນກຍຸຕິທຳແຂວງ ໃນການຄົ້ນຄ້ວາສັງລວມເນື້ອໃນ ຢ່າງຮອບດ້ານ, ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳແຂວງ.

     ກອງປະຊຸມໄດ້ສຳເລັດຕາມຈຸດປະສົງ, ຄາດໝາຍ ແລະ ໄດ້ປິດລົງໃນເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານ ພະແນກຍຸຕິທຳແຂວງ ສະຫວັນນະເຂດ

ປະເພດຂ່າວ: