ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ສະຖາບັນຍຸຕິທໍາພາກກາງ ແຂວງ ສະຫວັນນະເຂດ

    ຕອນເຊົ້າວັນທີ 17 ມັງກອນ 2019 ຢຸ່ທີ່ສະຖາບັນຍຸຕິທຳພາກກາງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພັນໂທ ວິລະວົງ ມະນີແສງ, ຄະນະປະຈຳພັກ-ຫົວໜ້າຫ້ອງການການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ເຂົ້າຮ່ວມມີ ທ່ານ ຄຳໂກ້ ຈັນທະວົງ ຮອງຫົວໜ້າສະຖາບັນຍຸຕິທຳພາກກາງ, ບັນດາຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳພາກກາງເຂົ້າຮ່ວມທັງໝົດ ຈຳນວນ 454 ຄົນ, ຍິງ 144 ຄົນ.

    ໃນພິທີທ່ານປະທານໄດ້ຍົກໃຫ້ເຫັນເຖິງການຕໍ່ສູ້ຂອງກອງທັບປະຊາຊົນລາວ, ການຕໍ່ສູ້ຢູ່ສອງແຂວງພາກເໜືອ ຫົວພັນ ແລະ ຜົ້ງສາລີ ແລະທ່ານຍັງໄດ້ຍົກໃຫ້ເຫັນຂະບວນການຕໍ່ສູ້ຂອງບັນດາກຳລັງຮັກຊາດ, ໂດຍສະເພາະແມ່ນຂະບວນການຕໍ່ສູ້ຂອງອົງແກ້ວ, ອົງກົມມະດຳ, ຂະບວນການຕໍ່ສູ້ຂອງເຈົ້າຟ້າປັດໃຈ ແລະ ຂະບວນການຕໍ່ສູ້ອື່ນໆທີ່ມີການຕໍ່ສູ້ອັນຍືດເຍື້ອຍາວນານຢ່າງພິລະອາດຫານ ເຊິ່ງສະແດງໃຫ້ເຫັນຄວາມສາມັກຄີປອງດອງຂອງກອງທັບກັບປະຊາຊົນລາວບັນດາເຜົ່າ ແລະ ຍາດເອົາໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໄດ້ຢ່າງສົມບູນ ແລະ ໄດ້ປະກາດສ້າງຕັ້ງກອງທັບປະຊາຊົນລາວຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໜັ້ນຖ້ຳແມ ເຂດລາວ ຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ໃນເວລານັ້ນໂດຍແມ່ນທ່ານປະທານ ໄກສອນ ພົມວິຫານ ເປັນຜູ້ນຳພາ-ບັນຊາ ແລະ ໄດ້ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງ ສົມບູນ.

ຂຽນຂ່າວ-ຖ່າຍພາບ: ອະນຸວັດ ພິມໂວຫານ

ປະເພດຂ່າວ: