ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດກອງປະຊຸມຜັນຂະຫຍາຍ ຄຳສັ່ງເລກທີ 10/ນຍ ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ

     ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 10/ນຍ, ລົງວັນທີ 1 ເມສາ 2016 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງສະ ຫວັນນະເຂດ ໄດ້ເປີດກອງປະຊຸມ ປຶກສາຫາລືກ່ຽວກັບວຽກງານທະບຽນສານ ແຂວງສະຫວັນນະເຂດ ແລະ ການຜັນຂະຫຍາຍ ຄຳສັ່ງ ເລກທີ 10 /ນຍ ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ ໃນວັນທີ 17 ຕຸລາ 2017, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະພັກ, ຄະນະ ພະແນກ, ຫົວໜ້າຫ້ອງການທະບຽນສານ ແຂວງສະຫວັນນະເຂດ ແລະ ຕາງໜ້າບັນດາຂະແໜງການອ້ອມຂ້າງແຂວງ ທັງໝົດ 24 ພະແນກການ.

     ໃນກອງປະຊຸມ ທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳ, ຫົວໜ້າຫ້ອງການທະບຽນສານແຂວງ ສະວັນນະເຂດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານທະບຽນສານ ໃນລະຍະຜ່ານ ມາໂດຍສັງເຂບ ແລະ ຜັນຂະຫຍາຍຄຳສັ່ງ ເລກທີ 10/ນຍ ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ. ກອງປະຊຸມຄັ້ງນີ້ ບັນດາຜູ້ແທນກອງປະຊຸມໄດ້ປະກອບຄຳເຫັນແລກປ່ຽນກັນໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ແລະ ຕົກລົງເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ດັ່ງນີ້: ກອງປະຊຸມເຫັນດີນຳເອົາສັນຍາຊື້-ຂາຍ, ມອບ-ໂອນກຳມະສິດທີ່ດິນຂອງບຸກຄົນ, ນິຕິບຸກຄົນ ຕ້ອງນຳມາຜ່ານການຢັ້ງຢືນຄວາມຖືກ ຕ້ອງຈາກຫ້ອງການທະບຽນສານ, ເຫັນດີໃຫ້ຖືເອົາພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນຈຸດທົດລອງ ໃນການຈັດຕັ້ງປະຕິບັດການຢັ້ງຢືນຄວາມຖືກຕ້ອງຂອງສັນຍາຊື້-ຂາຍລົດທຸກປະເພດ, ໂດຍໃຫ້ພະແນກຍຸຕິທຳ ແຂວງ ປະສານສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ທາງດ້ານເອກະສານ ແລະ ເນື້ອໃນຂອງສັນຍາໃຫ້ລະອຽດ ແລະ ກອງປະຊຸມເຫັນດີ ໃຫ້ຢັ້ງຢືນການສຳເນົາເອກະສານທຸກປະເພດ ທີ່ພົວພັນກັບພະແນກ ການຕ່າງໆ ຕ້ອງນຳມາຜ່ານການຢັ້ງຢືນຄວາມຖືກຕ້ອງຈາກຫ້ອງການທະບຽນສານ. 

     ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ກ່າວມີຄຳເຫັນຊີ້ນຳບັນດາພະແນກການອ້ອມຂ້າງແຂວງ ຕ້ອງເອົາໃຈໃສ່ໃນການຮ່ວມມືຕໍ່ວຽກງານທະບຽນສານ ເພາະເປັນວຽກງານໜຶ່ງທີ່ມີບົດບາດສຳຄັນຂອງຂະແໜງຍຸຕິ ທຳ ໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມຈິງ ແລະ ຕາມກົດໝາຍ ຂອງສັນຍາ ແລະ ເອກະສານອື່ນໆ ແນໃສ່ເພີ່ມທະວີນິຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປະກອບສ່ວນເຂົ້າໃນການຮັກການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ກອງປະຊຸມໄດ້ປິດລົງໃນຕອນບ່າຍຂອງວັນດຽວກັນ ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ.

 

ປະເພດຂ່າວ: