ພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດກອງປະຊຸມສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ຂອງແຂວງສະຫວັນນະເຂດ ແລະ ຄຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ຢ່າງເປັນຂະບວນຟົດຟື້ນ.

ໃນວັນທີ 13 ມີນາ 2018 ເວລາ 8 ໂມງ 00 ນາທີ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ພາຍໄຕ້ການເປັນປະທານຂອງທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ກອງປະຊຸມຍັງໄດ້ເປັນກຽດຕ້ອນຮັບ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລາຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ຮ່ວມເປັນຄະນະປະທານໃນກອງປະຊຸມ, ເຂົ້າຮ່ວມກອງປະຊຸມມີຜູ້ແທນທີ່ມາຈາກບັນດາຂະແໜງການພາຍໃນພະແນກຍຸຕິທຳແຂວງ, ຫ້ອງການຍຸຕິທຳເມືອງ 15 ເມືອງ, ພ້ອມດ້ວຍແຂກທີ່ມາຈາກກະຊວງຍຸຕິທຳ ແລະ ບັນດາພະແນກການອ້ອມຂ້າງແຂວງ ຊຶ່ງມີຈຳນວນທັງໝົດ 50 ທ່ານ, ຍິງ 7 ທ່ານ.

ພາຍຫຼັງທີ່ທ່ານຫົວໜ້າພະແນກຍຸຕິທຳແຂວງ ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ມະນີວັນ ແກ້ວພິກຸນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ຂື້ນຜ່ານຮາງບົດສະຫຼຸບວຽກງານຍຸຕິທຳທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018, ໃນກອງປະຊຸມ ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນ ພ້ອມທັງປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ປີ 2017 ແລະ ທິດທາງແຜນການ ປີ 2018 ດ້ວຍຄວາມເອົາໃຈໃສ່ ແລະ ເປັນຂະບວນຟົດຟື້ນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລາຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ໃຫ້ກຽດປະກອບຄຳເຫັນ ແລະ ໂອ້ລົມ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວວຽກງານຂອງຂະແໜງຍຸຕິທຳໃນໄລຍະ 1 ປີ ຜ່ານມາ ແລະ ຄຽງຄູ່ກັບກັບຜົນງານດ້ານດີ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າຂະແໜງຍຸຕິທຳພວກເຮົາ ຍັງຕ້ອງຍົກສູງປະລິມານ ແລະ ຄຸນນະພາບຂອງວຽກງານຍຸຕິທຳຂື້ນຕື່ມອີກຢ່າງມີປະສິດທິຜົນ, ເພື່ອຮັບປະກັນເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານທະບຽນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ການສ້າງໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ, ການເປີດຮຽນ-ສອນກົດໝາຍຊັ້ນຕົ້ນໃຫ້ບັນດາເມືອງ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານທະບຽນສານ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມັນແມ່ນວຽກງານບໍລິການ ແລະ ຮັບໃຊ້ປະຊາຊົນ ໃນການປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ສອດຄ່ອງ ເພື່ອໃຫ້ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ, ໃນປັດຈຸບັນທົ່ວພັກ-ລັດ ຂອງພວກເຮົາ ພວມແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ພວມດຳເນີນປັບປຸງລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງທຸກເງື່ອນໄຂໃຫ້ແກ່ການປະຕິບັດແຜນຍຸດທະສາດການສ້າງລັດແຫ່ງ ສ ປປ ລາວ ພວກເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍເລີ່ມແຕ່ທ້ອງຖິ່ນຮາກຖານຂື້ນມາ ສະນັ້ນ, ຂະແໜງຍຸຕິທຳພວກເຮົາ, ບັນດາຫ້ອງການຍຸຕິທຳເມືອງ ຈະຕ້ອງອອກແຮງແຂ່ງຂັນສຸມສະຕິປັນຍາ-ຫົວຄິດປະດິດສ້າງ ເພື່ອຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ພົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ-ຄວາມສຳຄັນ ແລະ ຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ພ້ອມທັງປິດລົງໃນເວລາ 16 ໂມງ 00 ນາທີ.

ປະເພດຂ່າວ: