ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ

ໃນວັນທີ 24 ພະຈິກ 2017, ເວລາ 13 ໂມງ 30 ນາທີ ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ພະແນກຍຸຕິທຳແຂວງ ຈຳປາສັກ ໂດຍການເປັນປະທານຮ່ວມຂອງທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍ ຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ຂອງພະແນກຍຸຕິທຳ ທັງ 2 ແຂວງ ຊຶ່ງມີຈຳນວນຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 2 ທ່ານ.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານຫົວໜ້າພະແນກຍຸຕິທຳ ທັງ 2 ແຂວງ ກໍໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານທີ່ພົນເດັ່ນ ເປັນຕົ້ນ ບົດຮຽນໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ບົດຮຽນການຈັດຕັ້ງປະຕິບັດວຽກງານທະບຽນສານ, ບົດຮຽນການເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ວຽກງານຍຸຕິທຳຮາກຖານ, ທະບຽນຄອບຄົວ ແລະ ສັນຊາດ, ບົດຮຽນການສ້າງນິຕິກຳໃຕ້ກົດໝາຍ ແລະ ບັນດາວຽກງານອື່ນໆ. ໃນຕອນທ້າຍຂອງກອງປະຊຸມ ທ່ານຫົວໜ້າພະແນກຍຸຕິທຳ ທັງ 2 ແຂວງ ກໍໄດ້ມີການຕົກລົງເຫັນດີເປັນເອກະພາບກັນ ໃນການສຶບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍຜັດປ່ຽນກັນເປັນເຈົ້າພາບໃນການແລກປ່ຽນບົດຮຽນຂອງແຕ່ລະປີ.

ພາຍຫຼັງສຳເລັດກອງປະຊຸມແລ້ວ ກໍໄດ້ຈັດກິດຈະກຳແຂ່ງຂັນກິລາ ບານເຕະ ແລະ ເປຕັງ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະແນກຍຸຕິທຳທັງສອງແຂວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ, ພ້ອມທັງເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 42 ປີ ທີ່ຈະມາເຖິງ.

 

ປະເພດຂ່າວ: