ແຂວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ IX ປະຈຳປີ 2019

ວັນທີ 26 ກໍລະກົດ 2019 ທີ່ຜ່ານມາພະແນກຍຸຕິທໍາແຂວງວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ IX ປະຈຳປີ 2019 ຂຶ້ນຢູ່ທີ່ ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງວຽງຈັນ, ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາໜ່ວຍພັກ,ຫົວພະແນກຍຸຕິທໍາແຂວງວຽງຈັນ, ມີຄະນະນໍາພະແນກຍຸຕິທຳ, ແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ, ຄູອາຈານພ້ອມດ້ວຍນັກຝຶກອົບຮົມພາຍໃນແຂວງວຽງຈັນ ເຂົ້າຮ່ວມ ຈຳນວນ 87 ທ່ານ ຍິງ 11 ທ່ານ.

ໃນພິທີຄະນະຮັບຜິດຊອບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການອະນຸມັດເປີດການຮຽນ-ການສອນກົດໝາຍ 45 ວັນ ຊຸດທີ IX ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງວຽງຈັນ. ຊຶ່ງນັກຝຶກອົບຮົມໃນຊຸດນີ້ມີທັງໝົດ 50 ທ່ານ. ໃນນັ້ນ, ມາຈາກຂັ້ນແຂວງ 28 ທ່ານ ຍິງ 7 ທ່ານ ແລະ ຂັ້ນເມືອງ 22 ທ່ານ ຍິງ 2 ທ່ານ ຊຸດຝຶກອົບຮົມດັ່ງກ່າວແມ່ນເລີ່ມຮຽນແຕ່ວັນທີ 22 ກໍລະກົດ 2019 ປະກອບມີ 32 ວິຊາຮຽນ, 22.5 ໜ່ວຍກິດ ຫຼື ເທົ່າກັບ 360 ຊົ່ວໂມງ .

ຈາກນັ້ນ, ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາ ກໍໄດ້ຂຶ້ນລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍ 45 ວັນຊຸດທີ IX ປະຈໍາປີ 2019 ຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງວຽງຈັນ, ຊຶ່ງແມ່ນຜູ້ທີມີບົດບາດ ແລະ ຄວາມສໍາຄັນຕໍ່ລະບົບກົງຈັກການຈັດຕັ້ງ ແລະ ລະບົບການເມືອງ, ປະຊາທິປະໄຕ ປະຊາຊົນ ໃຫ້ມີບົດບາດສູງເດັ່ນຂຶ້ນ, ມີຄວາມໜັກແໜ້ນ, ໝັ້ນຄົງສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ໃນຕອນທ້າຍ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ບັນດາຜູ້ເຂົ້າຮວ່ມຊຸດຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ແລກປຽ່ນຄຳຄິດ, ຄຳເຫັນ ແລະ ຍາດແຍ່ງຄວາມຮູ້, ຄວາມສາມາດນຳ ຄູ-ອາຈານ ເພື່ອນຳເອົາຄວາມຮູ້, ທີ່ໄດ້ມາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.

ຂຽນຂ່າວ-ຖ່າຍພາບ ໂດຍ: ພະແນກຍຸຕິທຳແຂວງວຽງຈັນ