Submitted by wickyboubphalyvanh on
ໃນວັນທີ 24 ພຶດສະພາ 2019 ຜ່ານມານີ້ ຢູ່ທີ່ສູນກະສິກໍາ ເມືອງ ຫີນເຫີບ ໄດ້ຈັດພິທີປິດການຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວອນ ວໍລະສານ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ຫີນເຫີບ, ທ່ານ ຄຳພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ວຽງຈັນ, ໃນນີ້ມີກໍາມະການພັກເມືອງ, ມີທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄູອາຈານ, ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການ, ຕະຫຼອດຮອດນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ເຂົ້າຮ່ວມທັງໝົດ 107 ທ່ານ, ຍິງ 49 ທ່ານ.
ໃນພິທີ ທ່ານ ພົງສະຫວັນ ອິນສົມພູ ຫົວໜ້າຫ້ອງການຍຸຕິທຳເມືອງ, ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍຄື ວຽກງານໜຶ່ງ ຊຶ່ງມີພາລະບົດບາດສຳຄັນຢ່າງຍິ່ງຢູ່ຮາກຖານບ້ານໃນການປະຕິບັດມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງບ້ານພັດທະນາເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານລົງສູ່ຮາກຖານບ້ານ ແລະ ກຸ່ມບ້ານພັດທະນາຢ່າງທົ່ວເຖິງໄປພ້ອມໆກັນກັບຂະບວນການກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ເປີດກວ້າງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງບໍລິຫານບ້ານດ້ວຍຄວາມເຂັ້ມແຂງບົນພື້ນຖານພາລະບົດບາດສິດ ແລະ ໜ້າທີ່ ຕາມລະບຽບກົດໝາຍໃຫ້ມີຜົນສັກສິດ, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາ ໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ອີກບັນຫາໜຶ່ງກໍ່ເປັນການສ້າງເງື່ອນໄຂໃຫ້ອຳນາດການປົກຄອງບ້ານມີໂອກາດໄດ້ເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ບັນດາກົດໝາຍຂອງລັດ ທີ່ວາງອອກເປັນແຕ່ລະໄລຍະ ໃຫ້ມີຄວາມເປັນເອກະພາບໃນແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ເຊິ່ງໄດ້ເລີມເປີດແຕ່ວັນທີ 18 ມີນາ - 22 ພຶດສະພາ 2019 ໂດຍສະເພາະຫຼັກສູດການຝຶກອົບຮົມ ແມ່ນມີ 4 ພາກວິຊາຮຽນ ມີທັງໝົດ 34 ວິຊາ , ມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງ ເຊິ່ງມີວິຊາ: ທິດສະດີ ມີ 03 ວິຊາ, ວິຊາ: ກົດໝາຍ ມີ 29 ວິຊາ, ວຽກງານຍຸຕິທຳຮາກຖານມີ 01 ວິຊາ, ວິຊາ: ເຕັກນິກການແຕ່ງເອກະສານ ມີ 01 ວິຊາ, ມີນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 6 ທ່ານ, ມີຄູອາຈານທັງໝົດ 16 ທ່ານ, ຍິງ 2 ທ່ານ, ໃນນັ້ນ ຍັງມີຄູສອນທີ່ມາຈາກຫ້ອງການອ້ອມຂ້າງພາຍໃນ ເມືອງ ຫີນເຫີບອີກຕື່ມ.
ໃນພິທີ ທ່ານ ຄໍາພັນ ຊະນະໄພ ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນ ຜູ້ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ.
ຫຼັງຈາກນັ້ນໃນພິທີ ທ່ານ ວອນ ວໍລະສານ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ຫີນເຫີບ ກໍ່ໃຫ້ກຽດຂື້ນມອບໃບຍ້ອງຍໍໃຫ້ຜູ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ.
ໃນຕອນທ້າຍ ທ່ານ ວອນ ວໍລະສານ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ຫີນເຫີບ ກໍ່ໄດ້ໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ- ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ປະກອບສ່ວນເຂົ້າຮ່ວມໃນການຝຶກອົບຮົມຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຮຽນມານີ້ນໍາໄປຈັດຕັ້ງປະຕິບັດໃນການແກ້ໄຂບັນຫາທີ່ເກິດຂື້ນຢູ່ໃນຂັ້ນບ້ານໃຫ້ມີປະສິດທິຜົນ.