ສຳເລັດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນໜ່ວຍພັກພະແນກຍຸຕິທຳ ແຂວງວຽງຈັນ ປີ 2017

     ໜ່ວຍພັກພະແນກຍຸຕິທຳ ແຂວງວຽງຈັນ ໄດ້ເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງ ເພື່ອປັບປຸງ, ປົວແປງພາຍໃນໜ່ວຍພັກ ໃນລະຫວ່າງວັນທີ 24 ຫາ 25 ກໍລະກົດ 2017, ພາຍໃຕ້ການເປັນປະທານຂອງສະ ຫາຍ ນາງ ສິງ​ຄຳ ຄົງ​ສະຫວັນ ຮອງເລຂາພັກ​ແຂວງ, ຮອງ​ເຈົ້າ​ແຂວງໆ ວຽງຈັນ, ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ພັກ​ຂັ້ນ​ແຂວງ, ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ  26 ສະຫາຍ, ຍິງ 11 ສະຫາຍ, ​ໃນ​ນີ້​ມີ​ສະມະ​ຊິກ​ພັກ​ສຳຮອງ 3 ສະຫາຍ, ຍິງ 2 ສະຫາຍ.

     ໃນກອງປະຊຸມບັນດາສະມາຊິກພັກ ໄດ້ເຊື່ອມຊືມເອກກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 1 ກຸມພາ 2017 ວ່າດ້ວຍ ການດຳເນີນຊີວິດການເມືອງປັບປຸງ, ປົວແປງທົ່ວພັກ ປີ 2017 ແລະ ເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພາຍຫຼັງທີ່ສະມາຊິກພັກ ໄດ້ເຊື່ອມຊືມເອກະສານດັ່ງກ່າວສຳເລັດແລ້ວ, ສະຫາຍເລຂາໜ່ວຍພັກພະແນກຍຸຕິທຳແຂວງ ກໍໄດ້ ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງວຽກງານຮອບດ້ານຂອງຄະນະໜ່ວຍພັກ ແລະ ໃຫ້ຜູ້ແທນປະກອບຄຳເຫັນຕໍ່ບົດສະຫຼຸບ. ພ້ອມກັນນັ້ນ, ບັນດາສະມາຊິກພັກ ໄດ້ຜ່ານບົດສຳຫຼວດກວດກາຕີລາຄາຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຕາມເນື້ອໃນເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ ໄດ້ເນັ້ນໜັກ 6 ຄຸນທາດການເມືອງ, 7 ຄຸນສົມບັດສິນທຳປະຕິວັດ, 4 ແບບແຜນການນຳພາ ແລະ ວິທີເຮັດວຽກ, ສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ນ ແລະ ຂໍ້ຄົງຄ້າງຂອງແຕ່ລະ ສະຫາຍ ແລະ ຕີລາຄາຈັດປະເພດສະມາຊິກພັກແຂງ.

    ບັ້ນ​ຍາ​ກາດ​ໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ​ເຫັນ​ວ່າ​ມີບັນຍາກາດຟົດ​ຟື້ນ​ ແລະ ສ້າງສັນ. ສະມາຊິກແຕ່ລະສະຫາຍ ມີ​ຄວາມ​ຈິງ​ໃຈ​ປະກອບ​ຄຳ​ເຫັນ​ຕໍາ​ນິສົ່ງ​ຂ່າວ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ແລະ ໄດ້ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງ ເພື່ອສົ່ງຂ່າວແບບປິດລັບ ໃນການກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມທັງລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກຢ່າງ​ເປັນ​ເອກະ​ພາບ ​ເພື່ອ​​ປັບປຸງ ປົວ​ແປງ​ໃນຕໍ່ໜ້າ .

     ກອງປະຊຸມ​ໃນ​ຄັ້ງ​ນີ້​ ສະຫາຍ​ ນາງ ສິງ​ຄຳ ຄົງ​ສະຫວັນ ຮອງເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆວຽງຈັນ ​​ໄດ້​ກ່າວ​ຄຳ​ເຫັນ ​ແລະ ໃຫ້​ທິດ​ຊີ້​ນຳຕໍ່ ໜ່ວຍພັກ ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ  ດັ່ງນີ້: ໃຫ້ຄະນະໜ່ວຍພັກພະແນກ ຍຸຕິທຳແຂວງວຽງຈັນ ຈົ່ງ​ພ້ອມ​ກັນສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍການດຳເນີນຊີ ວິດການເມືອງ ປັບປຸງ, ປົວແປງທົ່ວໜ່ວຍພັກ ຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນຂອງການດຳເນີນຊີວິດການເມືອງ, ປັບປຸງ, ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງປ່ຽນແປງແບບແຜນການນຳພາ ແລະ ວິທີເຮັດວຽກ ຂອງຄະນະໜ່ວຍພັກ ປ່ຽນແປງທັດສະນະແນວຄິດ ແລະ ການປະພຶດທີ່ບໍ່ຖືກຕ້ອງຂອງຄະນະໜ່ວຍພັກຂອງຕົນ ແລະ ສະມາຊິກພັກແຕ່ລະສະຫາຍ, ເພີ່ມທະວີ ແລະ ຊຸກຍູ້ວຽກງານຕິດຕາມ, ກວດກາສະມາຊິກ ​ແລະ ກໍ່ສ້າງ​ເອົາ, ຄັດ​ເລືອ​ກ​ເອົາມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ ​ແລະ ສົມບູນ ​ແຕ່​ລະສະ​ຫາຍ​ຕ້ອງ​ໄດ້​ຖຶກຕິດ​ມາ ​ແລະ ປະກອບ​ສ່ວນ​ໃນ​ອົງການ​ຈັດ​ຕັ້ງຊາວໜຸ່ມ ​ແມ່ຍິງ ​ແລະ ກຳມະບານ ໃຫ້ສອດຄ່ອງກັບທຸກຂົງ ເຂດວຽກງານ. ພ້ອມ​ດຽວກັນ​ນັ້ນ ​ຕ້ອງ​ເອົາ​ໃຈ​ໃສ່​ໃນການຄຸ້ມຄອງການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນພະນັກງານນຳພາ-ຄູ້ມຄອງ, ສະມາ ຊິກພັກ, ພະນັກງານວິຊາການຕາມສິດຄຸ້ມຄອງຂອງຕົນໃຫ້ເຂັ້ມແຂງກ່ວາເກົ່າ. ກອງປະຊຸມໄດ້ສະຫຼຸບ ແລະ ປິດລົງໃນວັນທີ 25/7/2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ວຽງຈັນ