ພິທີມອບ-ຮັບຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນ​ທີ 30 ທັນວາ 2019 ທີ່​ຜ່ານ​ມານີ້ ທາງພະແນກຍຸຕິທໍາແຂວງ ວຽງຈັນ​​ ໄດ້​ຈັດ​ພິທີ​ມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ຜູ້​ເກົ່າ ​ແລະ​ ສະຫາຍ ສີສະຫວາດ ແສງພະຈັນ ຜູ້ຮັກສາການຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ຜູ້ໃໝ່ ໂດຍ​ການ​ເຂົ້າຮ່ວມຂອງ​ສະຫາຍ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ວຽງຈັນ, ສະຫາຍ ບຸນທາ ຊົງເຢີທ່າວ  ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພະນັກງານກະຊວງຍຸຕິທໍາ,​ ໃນ​ນັ້ນ​ໄດ້​ເຊີນ​ເອົາ​ບັນດາພະ​ແນ​ກການ​ທີ່​ກ່ຽວຂ້ອງ​ກໍ​ຄື: ສານ​ປະ​ຊົນ​ແຂວງ​ວຽງຈັນ, ສະພາ​ປະຊາຊົນ​ແຂວງ​ ວຽງຈັນ, ຈັດ​ຕັ້ງ​ແຂວງ,​ ໄອ​ຍະ​ການ​ແຂວງ, ພ້ອມ​ດ້ວຍ​ພະນັກງານພາຍໃນພະແນກຍຸຕິທໍາແຂວງ ເຂົ້າຮ່ວມຈໍານວນ 56 ​ທ່ານ​ ຍິງ 16 ທ່ານ.

​ໃນພິທີສະຫາຍ ທອງດໍາ ສີວິໄລລັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ວຽງຈັນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 235/ຄລ ພສ ລົງວັນທີ 3 ກຸມພາ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານພັກການ-ຮັບອຸດໜູນບໍານານ, ຂໍ້ຕົກລົງສະບັບເລກທີ 013, 296/ຄປພ.ວຈ, ລົງວັນທີ 12  ທັນວາ 2019 ວ່າດ້ວຍ ຍົກຍ້າຍ ແລະ ບົ່ງຕົວແຕ່ງຕັ້ງຮັກສາການເລຂາໜ່ວຍພັກພະແນກຍຸຕິທໍາແຂວງ ວຽງຈັນ ໃນນີ້ແຕ່ງຕັ້ງສະຫາຍ  ສີສະຫວາດ ແສງພະຈັນ ຮັກສາການເລຂາໜ່ວຍພັກພະແນກຍຸຕິທໍາແຂວງ  ແລະ ຜ່ານຂໍ້​ຕົກລົງຂອງທ່ານເຈົ້າແຂວງ ວຽງຈັນ ສະບັບ​ເລກທີ 2404/ຈຂ.ວຈ ລົງ​ວັນ​ທີ 12 ທັນວາ 2019 ​ວ່າ​ດ້ວຍ​​ການແຕ່ງຕັ້ງຜູ້ວ່າການຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ເພື່ອ​ແນໃສ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຊີ້ນຳ-ບັນຊາຢູ່ພະແນກຍຸຕິທໍາ ສາມາດ​ຕອບ​ສະໜອງ​ກັບ​ຄວາ​ມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່​ ​ແລະ​ ຖືກຕ້ອງ​ຕາມ​ລະບຽບຫຼັກການ  ໃນນີ້ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງສະຫາຍ ສີສະຫວາດ ແສງພະຈັນ ຮອງປະທານກວດກາພັກແຂວງ ວຽງຈັນ ມາເປັນຜູ້ຮັກສາການຫົວໜ້າພະແນກຍຸຕິທໍາຜູ້ໃໝ່  ເນື່ອງ​ຈາກ​ສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາຜູ້​ເກົ່າ ໄດ້ພັກຜ່ອນຮັບອຸດໜູນບໍານານໃນພິທີດັ່ງກ່າວໄດ້​ເຊັນ​ບົດ​ບັນທຶກ​ມອບ​-ຮັບໜ້າທີ່​ຢ່າງ​ສົມ​ກຽດ.

ຕອນ​ທ້າ​ຍຍັງ​ໄດ້ຮັບ​ຟັງ​ການໂອ້ລົມຈາກ​ສະຫາຍ ບຸນສອນ ເພັດລາວັນ ຄະປະຈໍາພັກແຂວງຮອງເຈົ້າແຂວງ ວຽງຈັນ  ເຊີ່ງ​ສະຫາຍໄດ້ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ປັບ​​ປຸງການຈັດ​ຕັ້ງ​ຄັ້ງ​ນີ້​ ແມ່ນ​ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການເມືອງ​ໃນ​ໄລຍະ​​ໃໝ່,  ມັນ​​ແມ່ນກົດ​ເກນ​ພາວະ​ວິ​ໄສ​ ໃນ​ການ​ຊັບຊ້ອນ​ໝູນ​ວຽນຂອງ​ພະນັກງານ ​​ເພື່ອເຮັດ​ໃຫ້​ພະແນກຍຸຕິທໍາມີ​ຄວາມ​ເຂັ້ມ​ແຂງ​ ຈາກ​ນັ້ນ​ກໍ່​ໄດ້ຮຽກຮ້ອງ​ໃຫ້​​ຜູ້​ທີ່​ໄປຮັບ​ໜ້າ​ທີ່​ໃໝ່​ ຈົ່ງ​ເອົາ​ໃຈ​ໃສ່​ເຕົ້າ​ໂຮມຄວາມ​ສາມັກຄີ​ພາຍ​ໃນ​ໝູ່ຄະນະ​ໃຫ້​ເປັນ​ປຶກ​ແຜ່ນ, ສ້າງ​ແບບ​ແຜນ​ວິ​ເຮັດວຽກ, ​ແບບ​ແຜນ​ວິທີ​ນຳພາ ​ເພື່ອ​ຊີ້ນຳໆພາ​ພະນັກງານ ເຮັດຽກ​ງານ​​ວິຊາ​ສະ​ເພາະ​ຂອງ​ຕົນໃຫ້​​ໄດ້ຮັບຜົນສຳ​ເລັດ​ຢ່າງ​ຈົບງາມ​  ແລະ​  ມີ​ປະສິດທິ​ຜົນ​​ດີ​ຂື້ນ​ກວ່າ​ເກົ່າ.             

ຂຽນ​ໂດຍ: ທ້າວ ເຂັມທອງ​ ບຸບຜາ​ລີ​ວັນ