ພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ຂອງເມືອງ ຊະນະຄາມ ແຂວງ ວຽງຈັນ.

ວັນທີ 11 ມິຖຸນາ 2019ຜ່ານມານີ້ ຢູ່ທີ່ສະໂມສອນເມືອງ ຊະນະຄາມ ຫ້ອງການຍຸຕິທໍາເມືອງ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ I ຂຶ້ນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະໝານ ວິເສດຍະພົງສ໌ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ແລະ ທ່ານ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ, ໃນພິທີເປັນກຽດເຂົ້າຮ່ວມຈາກ ພຣະອາຈາຣຍ໌ ຫຸມພັນ ສຸຂະທັມໂມ ປະທານ ອໍພໍສໍ ເມືອງ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານບ້ານ, ອົງການປົກຄອງບ້ານໃນທົ່ວເມືອງ, ແຂກຖືກເຊີນ ແລະ ບັນດານັກຝຶກອົບຮົມເຂົ້າຮ່ວມ ຢ່າງພ້ອມພຽງ.

ທ່ານ ພອນໄຊ ວໍລະສິມ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I, ເຊິ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນຢູ່ສະຖານທີ່ໂຮງຮຽນມັດທະຍົມສົມບູນຊະນະຄາມ ແລະ ເລີ່ມປະຕິບັດການຮຽນ-ການສອນມາຕັ້ງແຕ່ວັນທີ 01 ເມສາ 2019 ຈົນເຖິງ ວັນທີ 07 ມິຖຸນາ 2019 ຈຶ່ງໄດ້ສິ້ນສຸດລົງ, ໂດຍປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນຂອງກະຊວງຍຸຕິທໍາກໍານົດອອກ, ເຊິ່ງລວມມີ 34 ວິຊາຮຽນ, ມີ 22,5 ໜ່ວຍກິດ, ລວມມີ 360 ຊົ່ວໂມງ, ປະຕິບັດການຮຽນ-ການສອນແຕ່ວັນຈັນ ຫາ ວັນສຸກ, ໂດຍມີບັນດາຄູສອນທີ່ເປັນຄະນະພັກຂັ້ນເມືອງ ແລະ ກົມກອງຫ້ອງການອ້ອມຂ້າງເມືອງທັງໝົດ 29 ທ່ານ, ຍິງ 4 ທ່ານ, ມີນັກຝຶກອົບຮົມ 51 ທ່ານ, ຍິງ 06 ທ່ານ ທີ່ມາຈາກ 31 ບ້ານໃນທົ່ວເມືອງ; ໃນນີ້ ຍັງມີພຣະສົງ 02 ອົງທີ່ໄດ້ຮ່ວມເຂົ້າເປັນນັກສໍາມະນາກອນໃນຄັ້ງນີ້ນໍາອີກ. ຜ່ານການຈັດຕັ້ງປະຕິບັດການຮຽນ - ການສອນໃນໄລຍະຜ່ານສາມາດຄັດເລືອກໄດ້ນັກຮຽນດີ-ຮຽນເກັ່ງ ສອງ ປະເພດຄື: ປະເພດ I ມີ 29 ທ່ານ, ຍິງ 4 ທ່ານ; ປະເພດ II ມີ 22 ທ່ານ, ຍິງ 2 ທ່ານ; ຄັດເລືອກຄູສອນ, ຄະນະກໍາມະການຮັບຜິດຊອບ, ພະນັກງານ ແລະ ນັກຝຶກອົບຮົມທີ່ໄດ້ເອົາໃຈໃສ່ເຂົ້າໃນວຽກງານຍຸຕິທໍາຮາກຖານປະຈໍາປີ 2019 ເພື່ອສະເໜີຍ້ອງຍໍແຕ່ລະຂັ້ນຄື: ປະເພດ I ສະເໜີລັດຖະມົນຕີກະຊວງຍຸຕິທໍາຍ້ອງຍໍມີ 08 ທ່ານ, ຍິງ 1 ທ່ານ; ປະເພດ II ສະເໜີເຈົ້າແຂວງຍ້ອງຍໍມີ 33 ທ່ານ, ຍິງ 05 ທ່ານ; ປະເພດ III ສະເໜີຫົວໜ້າພະແນກຍຸຕິທໍາຍ້ອງຍໍມີ 03 ທ່ານ, ຍິງ 01 ທ່ານ; ຄັດເລືອກບ້ານທີ່ປະກອບສ່ວນຊຸກຍູ້ນັກຝຶກອົບຮົມ ປະເພດ I ຂັ້ນພະແນກຍຸຕິທໍາແຂວງຍ້ອງຍໍມີ 13 ບ້ານ, ປະເພດ II ຂັ້ນເຈົ້າເມືອງຍ້ອງຍໍ 18 ບ້ານ. ໃນວາລະດໍາເນີນພິທີ ໄດ້ມີການມອບ-ຮັບໃບຍ້ອງຍໍຂັ້ນຕ່າງໆ ໃຫ້ແກ່ບັນດາອົງການປົກຄອງບ້ານທີ່ໄດ້ປະກອບ ສ່ວນຊຸກຍູ້ເຂົ້າໃນບັ້ນຝຶກອົບຮົມໃນໄລຍະຜ່ານມາ, ພ້ອມທັງໄດ້ຈັດພິທີມອບ - ຮັບໃບຢັ້ງຢືນຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ບັນດານັກສໍາມະນາກອນຂຶ້ນ, ໂດຍການເປັນກຽດຂຶ້ນມອບໂດຍທ່ານ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ.

ທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານເຈົ້າເມືອງ ຊະນະຄາມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບບັ້ນຝຶກອົບຮົມ ແລະ ບັນດານັກຝຶກອົບຮົມທີ່ໄດ້ເສຍສະຫຼະປະກອບສ່ວນເຂົ້າໃນບັ້ນຝຶກອົບຮົມໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດ, ພ້ອມກັນນີ້ທ່ານກໍ່ຍັງໄດ້ໃຫ້ທິດຊີ້ນໍາຕໍ່ພິທີ ໂດຍສະເພາະການຈັດຕັ້ງເຄື່ອນໄຫວກ່ຽວກັບວຽກງານຍຸຕິທໍາຮາກຖານ ເພື່ອຮັບປະກັນຄວາມສະເໝີພາບໃນສັງຄົມບົນພື້ນຖານກົດໝາຍ ແລະ ກ້າວໄປເຖິງການສ້າງລັດແຫ່ງກົດໝາຍ, ເຊິ່ງທ່ານຍັງໄດ້ຮຽກຮ້ອງມາຍັງບັນດານັກຝຶກອົບຮົມ ຈົ່ງໄດ້ເອົາໃຈໃສ່ນໍາເອົາຄວາມຮູ້ຄວາມສາມາດ ແລະ ບົດຮຽນທີ່ໄດ້ຄົ້ນຄວ້າຮໍ່າຮຽນໃນໄລຍະຜ່ານມາ ເພື່ອນໍາໄປຈັດຕັ້ງສົມທົບກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຕະຫຼອດຮອດອົງການປົກຄອງບ້ານຂອງຕົນໃຫ້ໄດ້ຮັບຜົນດີ ໂດຍສະເພາະຕໍ່ກັບວຽກງານການສ້າງຄອບຄົວ ແລະ ບ້ານປະຕິບັດກົດໝາຍ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.