Submitted by wickyboubphalyvanh on
ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2018 ທີ່ຜ່ານມານີ້ ຄະນະໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳ ແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກຮອບ III ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງວຽງຈັນໂດຍພາຍໃຕ້ການເປັນປະທານຮ່ວມ ທ່ານ ນາງ ພິມມະສອນ ສຸທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ, ທ່ານ ຄຳພັນ ຊະນະໄພ ຄະນະພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ, ທ່ານ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທໍາ ມີບັນດາສະຫາຍຕາງໜ້າຈາກໄອຍະການປະຊົນແຂວງ, ສານປະຊາຊົນແຂວງ , ສະພາປະຊາຊົນແຂວງ ແລະ ສະມາຊິກຊາວໜຸ່ມພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 12 ສະຫາຍ.
ໃນພິທີ ສະຫາຍ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທໍາ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ ວຽງຈັນສົກປີ 2017 ໄລຍະ 1 ປີຜ່ານມາຄະນະໜ່ວຍຮາກຖານຊາວໜຸ່ມຂອງພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໂດຍການນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ແລະ ຂໍ້ແຂ່ງຂັນຂອງຊາວໜຸ່ມມາເຜີຍແຜ່ເຊື່ອມຊຶມໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຮັດໃຫ້ເຂົາເຈົ້າມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ອຸດົມການຂອງຕົນໂດຍຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມເຫັນວ່າບັນລຸໄດ້ຕາມທິດທາງແຜນການ ແລະ ຄາດໝາຍສູ້ຊົນ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກໃນແຕ່ລະດ້ານສາມາດປະເມີນໄດ້ 85% ຂຶ້ນໄປ, ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຮັບການຢັ້ງຢືນ 100% ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນໃນ 1 ປີຜ່ານມາ ແລະ ພ້ອມກັນຈັບມືແຂ່ງຂັນ.
ໃນຕອນທ້າຍ ທ່ານ ນາງ ພິມມະສອນ ສຸທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນໄດ້ໃຫ້ກຽດໂອ້ລົມຕໍ່ ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມວ່າ ຈົ່ງເປັນເຈົ້າການ ແລະ ເຜີຍແຜ່ມະຕິ, ຄຳສັ່ງ, ຂໍ້ກຳນັດ, ກົດລະບຽບ, ກົດໝາຍ, ຂໍ້ແຂ່ງຂັນ 4 ບຸກ ແລະ ບັນດາເອກະສານຕ່າງໆ ທີ່ຕິດພັນກັບວຽກງານຊາວໜຸ່ມພວກເຮົາ. ສຶບຕໍ່ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກໃຫ້ເປັນປົກກະຕິ ສຶບຕໍ່ສ້າງສະມະຊິກຊາວໜຸ່ມເຂົ້າເປັນສະມະຊິກພັກ ສຶກສາອົບຮົມສ້າງອາຊີບເສີມໃຫ້ແກ່ສະມາຊິກໃຫ້ກາຍເປັນຄອບຄົວຕົນແບບ ແລະ ຍາດໃຫ້ໄດ້ທຸງໄຊນາມມະຍົດ.