ພະແນກຍຸຕິທໍາແຂວງ ວຽງຈັນ, ໄດ້ສ້າງຂະບວນການບານເຕະເພື່ອຮັດແໜ້ນຄວາມສາມັກຄີ ກັບ ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ.

ໃນຕອນບ່າຍຂອງວັນພຸດວັນທີ 18 ກັນຍາ 2019 ທີ່ຜ່ານມານີ້ ທາງພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດພິທີຕ້ອນຮັບທ່ານ ນາງ ພູຄໍາ ພັນທະວົງເຈົ້າຂອງໂຮງງານປຸງແຕ່ງໄມ້ຄົບວົງຈອນທີ່ໄດ້ມາມອບເຄື່ອງຮັບໃຊ້ປະເພດໂຕະໄມ້, ຕັ່ງໄມ້ຈໍານວນ 1 ຊຸດ ຄື: ໂຕະ1 ໜ່ວຍ, ຕັ້ງ10 ໜ່ວຍຕົກເປັນມູນຄ່າຈໍານວນ 5.000 000 ກີບ ໃນນັ້ນທາງນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ 9 ກໍໄດ້ມອບເຄື່ອງທີລະລຶກຄື: ໂຕະຫີນ 1 ຊຸດຈໍານວນ 500.000 ກີບ ເຊິ່ງພິທີກ່າວມອບໃນຄັ້ງນີ້ ຕ່າງໜ້າໃຫ້ໂຮງງານ ແລະ ນັກຝຶກອົບຮົມໂດຍແມ່ນ ທ່ານ ແພງປິວທິດ ຫຼຽມຂັວນ ແລະ ກ່າວຮັບໂດຍແມ່ນ ທ່ານ ຄໍາພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ

ພາຍຫຼັງສໍາເລັດພິທີທາງພະແນກຍຸຕິທໍາ ຈຶ່ງໄດ້ມີການສ້າງຂະບວນການແຂ່ງຂັນບານເຕາະມິດຕະພາບລະຫວ່າງທີມ ພະແນກຍຸຕິທໍາແຂວງ ກັບ ທີມນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ເຊິ່ງການແຂ່ງຂັນເຕາະບານນັ້ນແມ່ນ ໄດ້ຈັດຢູ່ທີ່ເດີ່ນບານເຕາະ (ນັດພົບ) ບ້ານ ນາທອງ ເມືອງ ໂພນໂຮງ ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານເປີດການແຂ່ງຂັນບານເຕາະມິດຕະພາບໂດຍ ທ່ານ ຄໍາພັນ ຊະນະໄພ ຮອງຫົວໜ້າພະແນກຍຸຕິທຳແຂວງ ໃນນີ້ ມີຜູ້ເຂົ້າຮ່ວມຈາກບັນດາ ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານວິຊາການພ້ອມດ້ວຍນັກສຶກສາທີ່ລົງມາຝຶກງານຈາກວິທະຍາໄລເຕັກນິກແຂວງ ວຽງຈັນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນທັງໝົດຈໍານວນ 73 ທ່ານ. ຈຸດປະສົງການສ້າງຂະບວນການຄັ້ງນີ້ ກໍ່ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງພະແນກຍຸຕິທຳແຂວງ ກັບ ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ເຊິ່ງການແຂ່ງຂັນນັ້ນແມ່ນເຕັມໄປດ້ວຍ ບັນຍາກາດອັນເບີກບານມ່ວນຊື່ນ, ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານອາຈານສອນ ກັບ ນັກຝຶກອົບຮົມ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ; ຊຶ່ງເຫັນໄດ້ໃນການເອົາໃຈໃສ່ຂອງຄະນະນຳພະແນກຍຸຕິທຳທີ່ໄດ້ມີການຊີ້ນຳ-ນຳພາ ແລະ ໃຫ້ຄວາມໃກ້ຊິດຕິດແທດກັບວຽກງານອົງການຈັດຕັ້ງມະຫາຊົນໄດ້ດີຕະຫຼອດມາ ສຳລັບບັນຍາກາດການແຂ່ງຂັນບໍ່ວ່າຈະຢູ່ໃນສະໜາມ ແລະ ຂອບສະໜາມແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນເບີກບານມ່ວນຊື່ນ. ຜ່ານການແຂ່ງຂັນກັນຢ່າງດຸເດືອດຄົບ ເວລາ 60 ນາທີ ເຫັນວ່າທັງສອງທີມແມ່ນ ທີມນັກຝຶກອົບຮົມເອົາຊະນະທີມພະແນກຍຸຕິທໍາແຂວງ ໄປດ້ວຍຜົນປະຕູ 06 ຕໍ່ 04.