ພະແນກຍຸຕິທຳແຂວງ ວຽງຈັນປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ໃນວັນທີ 25 ກັນຍາ 2019 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ IX ປະຈໍາປີ 2019 ຂຶ້ນ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ ເຈົ້າແຂວງ ວຽງຈັນ, ມີຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ, ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດຈໍານວນ 80 ທ່ານ, ຍິງ 12 ທ່ານ.

ໃນພິທີທ່ານ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ IX ຊຸດຝຶກອົບຮົມ ແມ່ນເລີ່ມ ຮຽນແຕ່ວັນທີ 23 ກໍລະກົດ 2019 ເປັນຕົ້ນມາຫຼັກສູດການຮຽນ -ການສອນ ຊຸດນີ້ມີທັງໝົດ 32 ວິຊາ, ມີ 22.5 ໜ່ວຍກິດ, ມີ 360 ຊົ່ວໂມງ ກຳນົດເວລາ 45 ວັນ ຊຶ່ງການຮຽນແມ່ນໄດ້ດຳເນີນມາຈົົນເຖິງວັນທີ 24 ກັນຍາ 2019 ສໍາເລັດ, ຜ່ານການເຄື່ອນໄຫວວຽກງານດັ່ງກ່າວເລືອກໄດ້ພະນັກງານໃນຄະນະຮັບຜິດຊອບ, ຄູອາຈານ ແລະ ນັກຝຶກອົບຮົມທີ່ມີຜົນງານເພື່ອສະເໜີຍ້ອງຍໍຂັ້ນແຂວງຈໍານວນ 44 ທ່ານ, ຍິງ 8 ທ່ານ, ຍ້ອງຍໍຂັ້ນຫົວໜ້າພະແນກຈໍານວນ 24 ທ່ານ, ຍິງ 7 ທ່ານ. ໃຫ້ກຽດມອບໂດຍ ທ່ານ ກອງສີ ອຸດົມ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງວຽງຈັນ ແລະ ໄດ້ຮັບໃບກຽດຕິຄຸນຂັ້ນພະແນກຈໍານວນ 15 ພາກສ່ວນ ໃຫ້ກຽດມອບໂດຍ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເຈົ້າແຂວງວຽງຈັນ.
ໃນຕອນທ້າຍຂອງພິທີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເຈົ້າແຂວງ ວຽງຈັນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ- ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ ແລະ ຖ່າຍພາບ: ເຂັມທອງ ບຸບຜາລີວັນ