ພະແນກຍຸຕິທຳແຂວງວຽງຈັນໄດ້ຈັດກອງປະຊຸມສະຫຼູບວຽກງານຍຸຕິທຳ ປະຈຳປີ 2017

     ກອງ​ປະ​ຊຸມ​ວຽກງານ​ຍຸຕິ​ທຳ​ທົ່ວ​ແຂວງ​ວຽງຈັນ​ປະຈຳ​ປີ 2017​ ໄດ້​ໄຂ​ຂຶ້ນ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 6​ ມີນາ​ 2018 ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ​ ກອງ​ສີ ​ອຸດົມ ກຳມະການ​ພັກ​ແຂວງ​, ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ​ ມີ​ບັນດາ​ທ່ານ ​ເຈົ້າ​ເມືອງ 11 ​ເມືອງ, ຫົວໜ້າຫ້ອງການ​ຍຸຕິ​ທຳ 11 ​ເມືອງ, ມີ​ພະນັກງານ​ພາຍ​ໃນ​ພະ​ແນ​ກຍຸຕິ​ທຳ ມີຜູ້​ແເຂົ້າ​ຮ່ວມ​ທັງໝົດ 55 ທ່ານ , ​ຍິງ 12 ​ທ່ານ​ ​.

   ທ່ານ​ ກອງ​ສີ​ ອຸດົມ ກຳມະການ​ພັກ​ແຂວງ, ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ​ ໄດ້​ກ່າວ​ໄຂ​ກອງ​ປະຊຸມ​ ຫຼັງຈາກນັ້ນ ກໍ​ໄດ້ລາຍງານສະຫຼຸບຕີ​ລາຄາ​ສະພາບການ​ເຄື່ອນ​ໄຫວ​​ວຽກງານ​ຍຸຕິ​ທຳ​ປະຈຳ​ປີ 2017 ທີ່ຜ່ານມາ ​ແລະ ກໍໄດ້ວາງ​ທິດ​ທາງ​ແຜນການເຄື່ອນໄຫວວຽກງານໃນ​ປີ 2018.

    ໃນກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ຂະ​ແໜງຍຸຕິ​ທຳ​ຂັ້ນ​ແຂວງ​ ແລະ ​ຂັ້ນ​ເມືອງ ​ກ່ຽວກັບ​ການ​ປະສານ​ສົມທົບ​ຂອງ​ອົງການ​ປົກ​ປ້ອງ​ກົດໝາຍ, ການ​ປັບປຸງ​ກົນ​ຈັກ, ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ການ​ສ້າງບ້ານ​ແບບຢ່າງ​ການ​ປະຕິບັດ​ກົດໝາຍ, ການ​ປັບປຸງ​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ (ກໍ່​ຄື​ວຽກງານ​ຍຸ​ຕິ​ທຳ​ຮາກ​ຖານ) ແລະ​ ວຽກງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ຊຶ່ງ​ເປັນ​ບົດຮຽນທີ່​ໄດ້​ມາຈາກ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຂະ​ບວນການ​ເຄື່ອນ​ໄຫວ​ວຽກງານ​ຍຸຕິ​ທຳ​ໃນ​ໄລ່​ຍະ​ຜ່ານ​ມາ, ນອກຈາກນັ້ນ, ຍັງ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ການ​ນຳ​ຂອງ​ເມືອງ​ທີ່​ຮັບຜິດຊອບ​ຕໍ່​ກັບ​ວຽກງານ​ຍຸຕິ​ທຳທີ່​ມີ​ຜົນສຳ​ເລັດ​ຢ່າງຮອບດ້ານ​.

     ​ກອງ​ປະຊຸມ​ກໍ່​ໄດ້​ຮັບ​ຟັງທິດ​​ຊີ້​ນຳ​ຂອງ​ທ່າ​ນ ນາງ ​ສິງ​ຄຳ​ ຄົງ​ສະຫວັນ​ ຮອງເລຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງໆວຽງຈັນ​ ຊຶ່ງມີ​ເນື້ອ​ໃນໜັກ​ແໜ້ນ​ເລິກ​ເຊິ່ງ ​ແລະ​ ຈິງ​ໃຈ ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ, ​ທ່ານຍັງໄດ້ເນັ້ນຕື່ມຕໍ່ກັບພະນັກງານທີ່ຮັບຜິດຊອບວຽກງານຕ້ອງເປັນຄົນກ້າເຮັດ​, ກ້າ​ທຳ​, ກ້າ​ຮັບຜິດຊອບ ​ ເພື່ອ​ເຮັດ​​ໃຫ້ແຕ່​ລະ​ພາກສ່ວນມີຜົນສຳ​ເລັດຕໍ່ໜ້າທີ່​ການ​ເມືອງ​ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ ໃນການນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2018​.

     ຫຼັງຈາກນັ້ນ ​​ໃນ​ຕອນ​ເຊົ້າ ຂອງວັນ​ທີ 7 ມີນາ 2018 ກອງ​ປະຊຸມໄດ້​ເປັນກຽດຕ້ອນຮັບ​ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ກຳ​ມະ​ການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ທ່ານໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະຊຸມ ຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ທາງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ ​ທີ່ຍາດ​ມາ​ໄດ້​ໃນ​​ໄລຍະ​ຜ່ານ​ມາ, ພ້ອມ​ນັ້ນ ​ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້ຄະນະ​ພະ​ແນ​ກ, ພະນັກງານ-ລັດຖະກອນຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ ​ແລະ ຈັດ​ຕັ້ງ​ປະຕິບັດ​ວຽກງານ​ທີ່​ພັກ-ລັດ​ມອບໝາຍ​ໃຫ້ປະສົບ​ຜົນ​ສຳ​ເລັດ ​ແລະ ​ໃນ​ໂອກາດ​ດັ່ງກ່າວ ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຍັງ​ໄດ້​ມອບ​​ເງີ​ນຈໍານວນ 240.000.000 ກີບ ໃຫ້​ແກ່​ພະ​ແນ​ກຍຸຕິ​ທຳແຂວງ​ວຽງຈັນ ​​ເພື່ອນຳ​ໃຊ້​ເຂົ້າ​ໃນການຈັດ​ຕັ້ງ​ປະຕິບັດວຽກງານຍຸຕິ​ທໍາ​ຮາກ​ຖານ. ຜ່ານ​ການ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາໜຶ່ງວັນ​ເຄິ່ງ ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ຮັບຮອງ​ເອົາ​ວຽກງານທີ່​ຈຸດ​ສຸມ​ໃນ​ປີ 2018 ອີກດ້ວຍ.