ສອງພະແນກຍຸຕິທຳແຂວງພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ

ພິທີພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ລະຫວ່າງ ສອງພະແນກຍຸຕິທຳແຂວງ ຜົ້ງສາລີ ແລະ ແຂວງ ເຊກອງ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2018 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນແຂວງ ຜົ້ງສາລີ ພະແນກຍຸຕິທໍາແຂວງ ຜົ້ງສາລີ ນໍາໂດຍ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍຄະນະ ແລະ ພະແນກຍຸຕິທໍາແຂວງ ເຊກອງ ນໍາໂດຍ ທ່ານ ຄໍາບາງ ພະສະແຫວງ ຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍຄະນະ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 12 ທ່ານ. ເພື່ອເປັນການເພີ່ມທະວີສາຍພົວພັນຮ່ວມມືບົນພື້ນຖານມິດຕະພາບຂອງວຽກງານໃນຂະແໜງຍຸຕິທໍາ ລະຫວ່າງ ພະແນກຍຸຕິທໍາແຂວງ ຜົ້ງສາລີ ແລະ ພະແນກຍຸຕິທໍາແຂວງ ເຊກອງ ໃຫ້ມີຄວາມສາມັກຄີໜັກແໜ້ນໃນການຈັດຕັ້ງປະຕິບັດວຽກງານຂອງສອງພະແນກຍຸຕິທຳ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ຫົວໜ້າພະແນກຍຸຕິທໍາທັງສອງແຂວງກໍໄດ້ຜັດປຽ່ນກັນຂຶ້ນລາຍງານສະພາບຈຸດພິເສດໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງພະແນກຍຸຕິທໍາໃນໄລຍະຜ່ານມາໃຫ້ກັນຊາບ.

ຈາກນັ້ນ, ບັນດາຂະແໜງການທີ່ຂຶ້ນກັບພະແນກຍຸຕິທໍາຂອງສອງແຂວງກໍໄດ້ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍສະເພາະບົດຮຽນທີ່ພົ້ນເດັ່ນ, ດ້ານໜ້າທີ່ເປັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະທີ່ຜ່ານມາເປັນຕົ້ນ ແມ່ນວຽກງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ການຢັ້ງຢືນທະບຽນສານ, ການຊອກແຫຼ່ງທຶນເຂົ້າໃນວຽກງານໂຄສະນະເຜີຍແຜ່ກົດໝາຍ, ການສ້າງນິຕິກໍາລຸ່ມກົດໝາຍ ແລະ ແລກປ່ຽນດ້ານຂໍ້ມູນຂ່າວສານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃຫ້ກັນຊາບ. ພ້ອມກັນນີ້ທັງສອງແຂວງຍັງໄດ້ປຶກສາຫາລືທິດທາງທີ່ຈະພົວພັນຮ່ວມມືກັນໃນຕໍ່ໜ້າ ແລະ ເຫັນດີການຢ້ຽມຢາມແລກປຽ່ນບົດຮຽນຊຶ່ງກັນ ແລະ ກັນ ຂອງແຂວງຕາມສະພາບເງື່ອນໄຂຂອງສອງພະແນກທີ່ເຫັນວ່າເໝາະສົມ.

ຂ່າວ-ພາບ: ພະແນກຍຸຕິທຳແຂວງຜົ້ງສາລີ