ຍຸຕິທຳແຂວງບໍ່ແກ້ວ ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານທະບຽນສານ ປະຈໍາປີ 2018.

ໂດຍປະຕິບັດຕາມຄໍາສັ່ງ ຂອງທ່ານເຈົ້າແຂວງ ແຂວງບໍ່ແກ້ວ ສະບັບເລກທີ 424/ຈຂ.ບກ, ລົງວັນທີ 24 ເມສາ 2018 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ. ໃນຕອນເຊົ້າຂອງວັນທີ 19 ມີນາ 2019 ນີ້ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ໄຂກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານທະບຽນສານ ຄັ້ງທີ 9 ປະຈໍາປີ 2018 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ, ມີບັນດາແຂກຮັບເຊີນຈາກທະນາຄານທັງພາກລັດ ແລະ ເອກະຊົນ, ມີບັນດາພະແນກການທີກ່ຽວຂ້ອງ ແລະ ໜ່ວຍງານທະບຽນສານຂອງເມືອງ ເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 11 ທ່ານ ກອງປະຊຸມແລກແລກປ່ຽນບົດຮຽນກ່ຽວກັບວຽກງານທະບຽນສານໃນຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທີ IX.

ໃນພິທີ ທ່ານ ນາງ ຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຜູ້ຊີ້ນໍາວຽກງານທະບຽນສານ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານທະບຽນສານໃນໄລຍະຜ່ານມາ ອັນໄດ້ຍົກໃຫ້ເຫັນດ້ານດີ ແລະ ຜົນງານ, ວຽກງານທະບຽນສານ ເປັນວຽກງານໜຶ່ງທີ່ຄຸ້ມຄອງເອກະສານ ໃນການຢັ້ງຢືນຄວາມຖືກຕ້ອງ ຂອງເອກະສານຕ່າງໆຕາມກົດໝາຍວ່າດ້ວຍ ທະບຽນສານ. ຜ່ານມາໄດ້ຢັ້ງຢືນຄວາມຖືກຕ້ອງຂອງເອກສານຕາມກົດໝາຍໄດ້ 1.429 ສະບັບ, ເກັບຄ່າທໍານຽມ ແລະ ຄ່າບໍລິການໄດ້ທັງໝົດ 220.323.000 ກີບ. ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ແລະ ວິທີແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວ ເຮັດໃຫ້ການປະຕິບັດວຽກງານທະບຽນສານ ມີຄວາມສອດຄ່ອງ, ວ່ອງໄວກວ່າເກົ່າ ແລະ ຖືກຕ້ອງຕາມກົດໝາຍວ່າດ້ວຍ ທະບຽນສານ.

ໃນຕ້ອນທ້າຍພິທີ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ມີຄໍາເຫັນໂອ້ລົມຊຶ່ງທ່ານໄດ້ເນັ້ນໜັກບາງບັນຫາຄື: ໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄວ້າ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ໃຫ້ມີເນື້ອໃນເລິກເຊິ່ງ ແນໃສ່ເຮັດໃຫ້ວຽກງານທະບຽນສານ ມີຄວາມຖືກຕ້ອງ, ຊັດເຈນ ເພື່ອຮັບປະກັນໃຫ້ແກ່ການສ້າງລັດ ແລະ ຄຸ້ມຄອງດ້ວຍກົດໝາຍ ມີປະສິດທິຜົນ ແລະ ມີຄວາມສັກສິດຂຶ້ນເທື່ອລະກ້າວ.

ພາບ-ຂ່າວ :ອານົນ ໄພຍະສານ