ພະແນກຍຸຕິທຳແຂວງບໍ່ແກ້ວ ເປີດການຮຽນ-ການສອນ ຫຼັກສຸດບຳລຸງກົດໝາຍ 45 ວັນ

         ໂດຍ​ປະ​ຕິ​ບັດ​ຕາມ​ຄຳ​ແນະນຳ ຂອງທ່ານ​​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 1039/ກຍ, ລົງ​ວັນ​ທີ 04 ທັນວາ 2015 ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 03 ສ້າງ ປະຈຳ​ສົກ​ປີ 2015-2016; ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ມິຖຸນາ 2016 ຢູ່​ທີ່​​ໂຮງຮຽນ​ການ​ເມືອງ-ການ​ປົກຄອງ ​ແຂວງ​ບໍ່​ແກ້ວ ພະ​ແນ​ກຍຸຕິ​ທຳ​ແຂວງ ​ໄດ້​ເປີດ​​ໂຄງການ​ບຳລຸງ​ກົດໝາຍ​ໄລຍະ​ສັ້ນ 45 ວັນ ຊຸດ​ທີ V ຂຶ້ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ຄຳ​ຫຼ້າ ອຸດ​ທະ​ຍອດ ກຳມະການ​ພັກ​ແຂວງ, ​ເລຂາ​ໜ່ວຍ​ພັກ, ຫົວ​ໜ້າ​ພະ​ແນ​ກຍຸຕິ​ທຳ ​ແຂວງ​ບໍ່​ແກ້ວ ​ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ຄຳ​ແປງ ​ໃຈ​ຍະ​ສັກ ຄະນະ​ປະຈຳ​ພັກ​ແຂວງ, ຫົວ​ນ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ, ມີ​ຫົວໜ້າ​ພະ​ແນ​ກ, ອົງການ​ລັດ, ຮອງ​ຫົວໜ້າ​ພະ​ແນ​ກ, ຫົວໜ້າ​ຂະ​ແໜງ, ຮອງ​ຫົວໜ້າ​ຂະ​ແໜ​ງ, ຄູ​ອາຈານ​ທີ່​ສິດສອນ ​ແລະ ສຳ​ມະ​ນາກ​ອນ ​ເຂົ້າ​ຮ່ວມ​ທັງ​ໝົດ 108 ທ່ານ, ຍິງ 30 ທ່ານ.

         ຈຸດປະສົງ​ໃນ​ການ​ເປີດ​ຮຽນ​ກົດໝາຍ​ໄລະຍສັ້ນ 45 ວັນ ​ໃນ​ຄັ້ງ​ນີ້ ​ເພື່ອ​ເຮັດ​ໃຫ້​ບັນດາ​ພະນັກງານ​ການ​ນຳ​ທີ່​ເປັນ​ຫຼັກ​ແຫຼ່ງ, ຫົວໜ້າ​ພະ​ແນ​ກ, ຮອງ​ຫົວໜ້າ​ພະ​ແນ​ກອ້ອມ​ຂ້າງ​ແຂວງ, ສອງ​ກອງ​ບັນຊາ​ການ, ບັນດາ​ວິ​ສາ​ຫະ ກິດ ​ແລະ ​ເມືອງ​ຫ້ວຍ​ຊາຍ ​ຊຶ່ງ​ເປັນ​ເມືອງ​ເທດ​ສະບາ​ນ ​ໄດ້​ຮຽນ​ຮູ້​​ກົດໝາຍ​ຕ່າງໆ​ທີ່​ມີ​ຄວາມ​ຈຳ​ເປັນ ແລະ ​ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດ​ປະຈຳ​ວັນ.

​          ໃນ​ພິທີ ພາຍຫຼັງຄະນະ​ຈັດ​ຕັ້ງ​ໄດ້​ສະ​ເໜີ​ຈຸດປະສົງ​ແລ້ວ ກໍ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ​ແຂວງ​ບໍ່​ແກ້ວ ກ່ຽວ​ກັບ​ການ​ເປີດ​ການ​ຮຽນ-​ການ​ສອນກົດໝາຍ 45 ວັນ, ຜ່ານ​ລາຍ​ຊື່​ແຕ່ງ​ຕັ້ງ​ຄູ, ອາຈານ​ທີ່​ຂຶ້ນຫ້ອງ​ສິດສອນ ​ແລະ ສຳ​ມະ​ນາກ​ອນທີ່​ມາ​ຮຽນ​ທັງ​ໝົດ 49 ທ່ານ, ຍິງ 11 ທ່ານ, ​ໃນ​ພິທີ​ໄດ້​ຮັບ​ຟັງການ​ໂອ້​ລົມຂອງ ​ທ່ານ ຄຳ​ແປງ ​ໃຈ​ຍະ​ສັກ ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ​ຄະນະ​​ໂຄສະ​ນາ​ອົບຮົມ​ແຂວງ ຊຶ່ງ​ທ່ານ​ໄດ້ຍົກ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ, ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ເຂົ້າ​ຮ່ວມ​ບ​ໍາລຸງ​ກົດໝາຍ​ໄລຍະ​ສັ້ນ 45 ວັນ​ຄັ້ງ​ນີ້ ຊຶ່ງ​ແມ່ນ​ບາດກ້າວ​ໃໝ່​ທີ່​ບຸກທະລຸ​ທາງ​ດ້ານ​ຈິນຕະນາການ ໃນການພັດທະນາ​ຊັບພະຍາກອນ​ມະນຸ​ດ ຂອງບັນດາ​ພະນັກງານນຳພາ​ຄຸ້ມ​ຄອງ​ທີ່​ເປັນ​ຫຼັກ​ແຫຼ່ງຢູ່​ແຕ່​ລະ​ພະ​ແນ​ກການ, ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ກົດໝາຍໃຫ້ສູງຂຶ້ນ ​ໃນເງື່ອນໄຂທີ່ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ. ສະນັ້ນ,  ການ​ປົກຄອງ​ຕ້ອງພາຍໃຕ້ລັດຖະທຳມະນູນ ແລະ ​ກົດໝາຍ ຊຶ່ງ​ປ່ຽນ​ແປງ​ຈາກ​ການ​ປົກຄອງ​ດ້ວຍ​ມະ​ຕິ ແລະ ​ຄຳ​ສັ່ງໃນເມື່ອກ່ອນ, ພ້ອມ​ທັງ​ສ້າງ​ລັດແຫ່ງ ສປປ ລາວ​ເຮົາ​ໃຫ້​ເປັນ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ​ເທື່ອ​ລະ​ກ້າວ. ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ຮັບຜິດຊອບ​ຕ້ອງ​ປະສານ​ງານ​ກັນ​ໃຫ້​ດີ, ຕໍ່​ກັບ​ຄູ, ອາຈານ ​ທີ່​ມາ​ຈາກ​ຫຼາຍ​ພາກສ່ວນ ຕ້ອງ​ມີ​ການ​ກະ ກຽມ​ບົດ​ສອນໃຫ້​ດີ ​ເພື່ອ​ໃຫ້​ສຳມະນາກອນ​ເຂົ້າ​ໃຈງ່າຍ, ຈື່​ງ່າຍ ​ແລະ ຈື່​ໄດ້​ດົນ. ສຳລັບ​ນັກ​ສຳ​ມະ​ນາກ​ອນ ກໍ​ຕ້ອງ​ຕັ້ງ​ໃຈ​ຮ່ຳຮຽນ ໂດຍມີ​ການ​ສົນທະນາ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ແລະ ​ກັນ ແລະ ​ຍົກໃຫ້ເຫັນພຶດຕິ​ກຳ​ສົມ​ທຽບ​ກັບ​ບົດຮຽນຕົວຈິງໃຫ້ຫຼາຍ. ຊຸດ​ບຳລຸງ​ກົດໝາຍ​ໄລຍະ​ສັ້ນ​ນີ້ ປະກອບ​ມີ 28 ວິຊາ​ຮຽນ, 21 ໜ່ວຍ​ກິດ, 315 ຊົ່ວ​ໂມງ ໂດຍ​ໃຊ້​ເວລາ​ຮໍ່າຮຽນ 45 ວັນ ຊຶ່ງຈະ​ດຳ​ເນີນ​ສຳ​ເລັດ​ໃນ​ທ້າຍ​ເດືອນ​ສິງຫາ 2016 ນີ້.

 

 

ປະເພດຂ່າວ: