ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກ ງານຍຸຕິທຳຮາກຖານ ຢູ່ບ້ານໂພນຄຳ.

ໃນວັນທີ 25 ພຶດສະພາ 2018 ຜ່ານມາ ນຳພາໂດຍ ທ່ານ ຄຳສອນ  ສີຫາລາດ ວ່າການຫົວຫນ້າຫ້ອງການຍຸຕິທຳເມືອງ ໄຊຈຳພອນ, ມີຮອງຫົວໜ້າໜ່ວຍງານ, ວິຊາການຫ້ອງການ ແລະ ນັກຮຽນກົດໝາຍຊັ້ນຕົ້ນຂອງບ້ານ, ພ້ອມດ້ວຍຄະນະບ້ານ, ຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດມີ  30 ທ່ານ, ເປັນຍິງ 5 ທ່ານ.

ຈຸດປະສົງ ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ເນື້ອໃນກົດໝາຍ ສົມທົບກັບການຈັດຕັ້ງປະຕິບັດຕົວຈິງ ຊຶ່ງກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີ 3 ກົດໝາຍຄື: ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຢາເສບຕິດ ແລະ ກົດໝາຍ ອາຍາ ຫຼັງຈາກທີ່ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຟັງການເຜີຍແຜ່ກົດໝາຍແລ້ວ, ຄະນະຮັບຜິດຊອບ ກໍໄດ້ປະກາດຜົນຂອງການແຕ່ງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂອງບ້ານໂພນຄຳ ຊຸດໃໝ່ ພ້ອມທັງ ໄດ້ບຳລຸງ ພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ຄະນະດັ່ງກ່າວ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ. ພ້ອມທັງ ໄດ້ມອບຮ່າງສະຖິຕິຄອບຄົວ ແລະ ບ້ານແບບຢ່າງໃນການປະຕິບັດກົດໝາຍ, ຮ່າງເກັບກຳຂໍ້ຂັດແຍ່ງຂັ້ນບ້ານ, ຮ່າງສະຖິຕິການເອົາເດັກມາເປັນລູກລ້ຽງໃຫ້ເກັບກຳແລ້ວ ສົ່ງໃຫ້ການຍຸຕິທຳເມືອງໃຫ້ທັນຕາມກຳນົດເວລາ. ນອກນັ້ນ ຄະນະຫ້ອງການຍຸຕິທຳເມືອງ ຍັງໄດ້ມອບປື້ມກົດໝາຍຈຳນວນໜຶ່ງໃຫ້ຄະນະບ້ານ, ຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງ ເພື່ອເປັນຄູ່ມືໃນປະຕິບັດໜ້າທີ່ວຽກງານດັ່ງກ່າວ.

ຂຽນຂ່າວ-ຖ່າຍພາບ: ສົມໃຈ ຫວ່າງ ຈາກຫ້ອງການຍຸຕິທຳເມືອງ ໄຊຈຳພອນ