ສະມາຊິກພັກພະນັກງານຫຼັກແຫຼ່ງ ຂອງພະແນກຍຸຕິທຳ ແຂວງບໍລິຄຳໄຊ ເຊື່ອມຊືມເອກສານສຶກສາອົບຮົມການເມືອງ - ແນວຄິດ

ເພື່ອເປັນການເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆຂອງພັກໃຫ້ສະມາຊິກພັກ ພະນັກງານຫຼັກແຫຼ່ງ ໃນວັນທີ 18 ກຸມພາ 2019 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ3ຂັ້ນສຳລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງສະ ພາປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງບໍລິຄຳໄຊ ຈຳນວນພະນັກງານເຂົ້າຮ່ວມຮັບຟັງທັງໝົດ 51 ສະຫາຍ, ຍິງ 23 ສະຫາຍ ຈຸດປະສົງເພື່ອເຮັດໃຫ້ພະນັກ ງານຫຼັກແຫຼ່ງໃນຂົງເຂດຕຸລາການ ແລະ ນິຕິບັນຍັດ ໄດ້ຮັບຮູ້ ເຂົ້າໃຈແຈ້ງກ່ຽວກັບການນຳພາຂອງພັກເຮົາເພື່ອມາໝູນໃຊ້ເຂົ້າໃນການປະຕິບັດກົດໝາຍ ເອກະສານທີ່ເຜີຍແຜ່ຄັ້ງນີ້ມີ 4 ບົດ.

ໃຫ້ກຽດເຜີຍແຜ່ເອກະສານ ດັ່ງກ່ວາໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງບໍລິຄຳໄຊ ທ່ານໄດ້ຍົກໃຫ້ຮູ້ວ່າ ນັບແຕ່ ປີ 1955 ເປັນຕົ້ນມາ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍໝູ່ຄະນະທີ່ເປັນສະມາຊິກພັກກອມມູນິດອິນດູຈີນ ໃນເວລານັ້ນໄດ້ຈັດຕັ້ງກອງປະຊຸມສ້າງຕັ້ງພັກຂຶ້ນ ໂດຍໃສ່ຊື່ວ່າ: ພັກປະຊາຊົນລາວ ຕໍ່ມາປ່ຽນຊື່ເປັນ ພັກປະຊາຊົນປະຕິວັດລາວ, ການນຳພາຂອງພັກປັດໃຈຕັດສິນກວ່າໜູ່ຕໍ່ໄຊຊະນະ ຫຼື ປະລາໄຊຂອງການປະວັດຢູ່ປະເທດເຮົາ ພຶດຕິກຳແຫ່ງການນຳພາຂອງພັກເຮົາໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນສະໄໝນັ້ນ ເຖິງວ່າສະມາຊິກພັກບໍ່ຫຼາຍ ແຕ່ມີຄວາມສາມາດ ແລະ ຄວາມເປັນແບບຢ່າງໃນການນຳພາ ເຖິງວ່າພາລະກິດຕໍ່ສູ້ປົດປ່ອຍຊາດຈະຍືດເຍື້ອ ຍາວນານ ຫຍຸ້ງຍາກສັບສົບເທົ່າໃດກໍຕາມ ສຸດທ້າຍກໍໄດ້ຮັບໄຊຊະນະຢ່າງສົມບູນ.

ໂດຍອີງໃສ່ ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ກຳນົດບາດກ້າວເດີນທີ່ເປັນບາດລຽ້ວສຳຄັນແຫ່ງການສືບຕໍ່ນຳພາທົ່ວພັກ ທົ່ວປວງຊົນ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມຄາດໝາຍທີ່ກຳນົດໄວ້. ຍ້ອນແນວນັ້ນພັກເຮົາຕ້ອງປັບປຸງຕົນເອງດ້ວຍການຍົກສູງ ຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຕົນໃຫ້ທຽບທັນກັບຄວາມເລັ່ງທວງຂອງການພັດທະນາ ແລະ ໜ້າທີ່ການເມືອງໃນໄລຍະໃໝ່ເມື່ອເວົ້າເຖິງການກໍ່ສ້າງ ແລະ ປັບປຸງພັກແບບໃໝ່: ຕອນທ້າຍທ່ານ ຍັງເນັ້ນໜັກເຖິງວຽກງານວິຊາສະເພາະໃນແຕ່ລະຂົງເຂດ ໃຫ້ຮັກສາ, ເສີມຂະຫຍາຍຜົນງານທີ່ຍາດມາໄດ້ ແລະ ພ້ອມທັງແກ້ໄຂຈຸດທີ່ຄົງຄ້າງໃນວຽກງານຂອງຕົນ ເຊັ່ນ : ການອອກຄຳຕັດສີນ, ການສັ່ງຟ້ອງໃຫ້ສານຕັດ 
ສີນ, ແລະ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ພາຍໃຕ້ລັດຖະທຳມະ ນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຂຽນຂ່າວ-ຖ່າຍພາບ: ບຸນເລີດ ລັດທະພອນ