ພະ​ແນ​ກຍຸຕິ​ທຳ​ແຂວງ​ບໍລິ​ຄຳ​ໄຊ ເປີດບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ກວດກາ​ການກໍ່​ສ້າງໜ່ວຍພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈຳ​ປີ 2018

    ​ໃນ​ວັນ​ທີ 9 ມັງກອນ 2019 ​ທີ່ ​ຫ້ອງ​ປະຊຸມ​ພະ​ແນ​ກຍຸຕິ​ທຳ​ແຂວງ​ບໍລິ​ຄຳ​ໄຊ. ​ໄດ້​​ດຳ​ເນີນ​ຊີວິດ​ການ​ເມືອງ​ກວດກາ​ການ​ກໍ່ສ້າງ​ໜ່ວຍພັກ, ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຂອງໜ່ວຍພັກ​ຮາກ​ຖານ​ພະ​ແນ​ກຍຸຕິ​ທຳ​ແຂວງບໍລິຄຳໄຊ ປະຈຳ​ປີ 2018​ ​ພາຍ​ໃຕ້​ການ​ເ​​ປັນ​ປະທານ​ຂອງສະຫາຍ ຄຳ​ຜັນ ສິດ​ໄຊ​ຍະ​ສານ ​ເລຂາ​ໜ່ວຍ​ພັກ ວ່າການ​ຫົວໜ້າພະແນ​ກຍຸຕິ​ທຳ​ແຂວງ. ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ຕັນ ສີ​ສົມ​ຈິດ ​ແລະ ທ່ານ ນາງ ​ໄອ່​ຄຳ ​ແສນ​ມະນີ  ຄະນະ​ຕິດ​ຕາມ​ຊຸກຍູ້​ຂັ້ນ​ແຂວງ. ມີ​ບັນດາ​ສະຫາຍ​ສະມາ​ຊິກ​ພັກ​ສົມບູນ ​ແລະ ສຳ​ຮອງ​ຕະຫຼອດ​ຮອດ​ພະນັກງານ-ລັດຖະກອນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

     ​ໃນ​ກອງປະຊຸມ ​ສະຫາຍ ຄຳ​ຜັນ ​ສິດ​ໄຊ​ຍະ​ສານ ​ເລຂາ​ໜ່ວຍ​ພັກ​ວ່າການ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ. ​ໄດ້​ໃຫ້​ກຽດ​ເຜີຍ​ແຜ່​ເຊື່ອມ​ຊືມ​ເອກະສານ​ ກ່ຽວ​ກັບ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 01/ກມສພ. ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງໜ່ວຍພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ. ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ບັນ​ຫາ​ທີ່​ຕ້ອງ​ປັບປຸງ​, ແກ້​ໄຂ ແລະ ​ເອົາ​ໃຈ​ໃສ່ ພ້ອມທັງ​ເຊີດ​ຊູ​ວຽກງານ​ພັກ​ ໃຫ້ສະມາຊິກພັກ ແລະ ພະນັກງານ​ທຸກ​ສະຫາຍ​ກຳ​ແໜ້ນ​ ໂດຍ​ສະ​ເພາະ​ພະນັກງານ ​ສະມາຊິກ​ພັກ​ ພະນັກງານ​ຫຼັກ​ແຫຼ່ງ ທີ່​ຈະເປັນ​ຜູ້​ສຶບທອດ​ໃນ​ອານາ​ຄົດ​ ເວົ້າ​ລວມ ​ເວົ້າ​ສະ​ເພາະ ​ພະນັກງານ​​ນຳພາ​ ໃນ​ພະ​ແນ​ກຍຸຕິ​ທຳ​ແຂວງ​ບໍລິ​ຄຳ​ໄຊ​ ຕ້ອງ​​ສູ້​ຊົນບຸກບືນ ​ແລະ ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ເອກະສານ ໄປ​ຜັນ​ຂະຫຍາຍ​ໃນ​ຂະ​ແໜງການ​ຂອງ​ຕົນ​ໃຫ້​ເກີດ​ຜົນ. ຈາກ​ນັ້ນ ສະຫາຍ​ ສະພັງ​ທອງ ພົມມະ​ຈັກ ຮອງ​ເລຂາໜ່ວຍພັກ​ໃຫ້​ກຽດ​ເຜີຍ​ແຜ່ເອກະສານທີ 2 ກ່ຽວ​ກັບ ຄຳ​ສັ່ງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ເລກທີ 827/ຄປມ ຂບຊ ລົງ​ວັນ​ທີ 23 ກໍລະກົດ 2018 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການກໍ່ສ້າງໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ຫຼັງຈາກນັ້ນ ສະຫາຍ ບົວພັນ ຈັນທະວິລູນ ໄດ້ເຊືອມຊືມເອກະສານທີ 3 ກ່ຽວກັບຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 912 /ຄຈສພ,ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໝ້ນ.

    ຕອນທ້າຍ  ທ່ານ ຄຳຕັນ ສີສົມຈິດ ຄະນະຕິດຕາມຊຸກຍູ້ຂອງແຂວງກໍ່ໄດ້ໂອລົມແນະນຳຂັ້ນຕອນການຈັດຕັ້ງປະຕິບັດ ໂດຍໄດ້ເນັ້ນໜັກໃສ່ ການຕີລາຄາໃຫ້ຄະແນນໜ່ວຍພັກ ແລະ ຄະແນນໃຫ້ບຸກຄົນແຕ່ລະຄົນຕ້ອງເປັນເຈົ້າການ ແລະ ມີຄວາມຮັບຜິດຢ່າງແທ້ຈິງ  ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 11 ມັງກອນ 2019 ຈຶ່ງ​ຈະ​ສຳ​ເລັດ.

                                                                                 ພາບ - ຂ່າວ : ສຸ​ກສາຄອນ ທະວີ​ສຸກ