ພະແນກຍຸຕິທຳ ແຂວງ ບໍລິຄໍາໄຊ ເຜີຍແຜ່ເອກສານສຳຄັນ ໃຫ້ພະນັກງານ - ລັດຖະກອນ

ໃນວັນທີ 8 ຕຸລາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງບໍ່ລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ແລະ ແຈ້ງລະບຽບຈັນຍາບັນຂອງພະນັກງານ- ລັດຖະກອນຂຶ້ນ ໂດຍໃຕ້ການເປັນປະທານຂອງ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ, ມີຫົວໜ້າຂະແໜງ ແລະ ຮອງຂະແໜງ, ພະນັກງານວິຊາການເຂົ້າຮ່ວມຈຳນວນ 38 ທ່ານ, ຍິງ 14 ທ່ານ.

ກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດລາຍງານຂອງຫົວໜ້າພະແນກຍຸຕິທຳແຂວງສະບັບເລກທີ 13/ຍທ.ລົງວັນທີ 30 ກັນຍາ 2019.ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງເຈົ້າແຂວງ ກ່ຽວກັບຈັນຍາບັນພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ການກະກຽມໃນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປຖືກກັບລະບຽບ ແລະ ຕາມທິດທາງຂອງຄະນະພັກ ຄະນະພະແນກຍຸຕິທຳແຂວງ ໄດ້ວາງອອກ ແລະ ໄດ້ຮັບຟັງການເຜີຍແຜ່ແຈ້ງການຂອງເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 12/ຂບຊ. ລົງວັນທີ 07 ສິງຫາ 2019 ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດດຳລັດຂອງລັດຖະບານກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ພະນັກງານພາຍໃນພະແນກຍຸຕິທຳແຂວງ ມີຄວາມເອກະພາບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດເພື່ອເປັນບ່ອນອີງໃນການເລືອກເຟັ້ນປະເມີນພະນັກງານ ລັດຖະກອນດີເດັ່ນໃນຂັ້ນຕໍ່ໄປ.

ຕອນທ້າຍ ທ່ານ ຄໍາຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ກໍໄດ້ສະແດງຄວາມຍ້ອງຍໍພະນັກງານຜູ້ທີ່ປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນໄດ້ດີໃນຜ່ານມາ ແລະ ໃຫ້ເອົາໃຈໃສ່ຕື່ມໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ຕາມແຈ້ງການ ຂອງທ່ານ ເຈົ້າແຂວງ ບໍລິຄຳໄຊສະບັບເລກທີ 12 /ຂບຊລົງວັນທີ 7 ສິງຫາ 2019 ໃຫ້ໄດ້ດີກ່ວາເກົ່າ ທຸກຂະແໜງ ການຕ້ອງໄດ້ເອົາໃຈໃສ ແລະ ປະຕິບັດໃຫ້ເກີດຜົນຢ່າງແທ້ຈິງ ຍົກສູງຄຸນນະພາບ,ສ້າງໃຫ້ພະນັກງານທຸກຄົນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິບັດ, ມີຄວາມອົດທົນ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນຕາມການມອບໝາຍຂອງຂັ້ນເທິງໃຫ້ບັນລຸຜົນສຳເລັດຕາມຄາດໝາຍ.

ພາບ:ຂ່າວ ບຸນເລີດ ລັດທະພອນ