ພິທີມອບຮັບໜ້າທີ່ ລະຫວ່າງຮັກສາການພະແນກຍຸຕິທຳຜູ້ເກົ່າ ແລະ ຫົວໜ້າພະແນກຍູຕິທຳຜູ່ໝ່

     ໃນວັນທີ່ 6 ກຸມພາ 2019 ພະແນກຍຸຕິທຳ ແຂວງບໍລິຄຳໄຊໃດ້ຈັດພິທີມອບຮັບ ໜ້າທີ່ ລະຫວ່າງຮັກສາການພະແນກຍຸຕິທຳຜູ້ເກົ່າ ແລະ ຫົວໜ້າພະແນກຍູຕິທຳຜູ້ໃໝ່ ຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງບໍລິຄຳໄຊ ມີຄະນະຈັດຕັ້ງແຂວງ, ຫົວໜ້າຫ້ອງວ່າການ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງ ຕະຫລອດຮອດພະນັກງານພາຍໃນພະແນກຍຸຕິທຳແຂວງບໍລິຄຳໄຊເຂົ້າຮ່ວມ. 

    ໃນພິທີດັ່ງກ່າວ ທ່ານ ບຸນຄົບ ໄຊຍະວົງ ໃດ້ຜ່ານເອກະສານຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄຳໄຊ ເລກທີ່ 49/ຂບຊ. ລົງວັນທີ່ 4 ກຸ່ມພາ 2019. ວ່າດ້ວຍການຍົກຍ້າຍແຕ່ງຕັ້ງ ບ່ອນປະຈຳການຂອງພະນັກງານ ມາດຕາ1: ຍົກຍ້າຍ ທ່ານ ສົມໃຈ ຄຸນພະໃຊ ຮອງຫົວຫນ້າຫ້ອງວ່າກາາປົກຄອງແຂວງ ໄປປະຈຳການຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກຍູຕິທຳ ແຂວງບໍລິຄຳໄຊ. ມາດຕາ2: ແຕ່ງຕັ້ງ ທ່ານ ຄຳຜັນ ສິດໄຊຍະສານ ເປັນຮອງຫົວຫນ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ ແລະ ໃນຕອນທ້າຍ ທ່ານ ປອ ກອງແກ້ວໄຊສົງຄາມ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ບໍລິຄຳໄຊ ໄດ້ຂື້ນໃຫ້ຄຳໂອ້ວາດຕໍ່ກັບພະນັກງານທັງໝົດຂອງພະແນກຍຸຕິທຳ.

ປະເພດຂ່າວ: