ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ຈັດພິທີຮັບສະມາຊິກພັກສຳຮອງ

    ໃນວັນທີ 24 ເມສາ ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ວ່າການເລຂາ ໜ່ວຍພັກ ພະແນກຍຸຕິທຳແຂວງ ມີຄະນະພັກ,  ບັນດາສະຫາຍສະມາຊິກພັກ ແລະ ບັນດາແຂກ ເຂົ້າຮ່ວມ 32 ສະຫາຍ, ຍິງ 7 ສະຫາຍ. ໃນພິທີ ສະຫາຍ ບຸນເລີດ ລັດທະພອນ ໃຫ້ກຽດຜ່ານມະຕິຕົກລົງຂອງຄະນະປະຈຳພັກ ແຂວງ ບໍລິຄຳໄຊ ສະບັບເລກທີ 646 ຫາ 649 / ຄປພ.ຂບຊ , ລົງວັນທີ 30 ມີນາ 2017 ວ່າດ້ວຍການອະນຸມັດຮັບມະຫາຊົນ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 4 ສະຫາຍ, ຍິງ 01 ສະຫາຍ. ໃຫ້ກຽດມອບໃບອະນຸມັດເຂົ້າພັກ ໂດຍສະຫາຍ ຄຳຜັນ ສິດໄຊຍະສານ ຄະນະພັກ, ວ່າການຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ, ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານກອງປະຊຸມ ທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ສະມາຊິກພັກສຳ ຮອງທັງ 4 ສະຫາຍ ຍາດມາໄດ້ ທັງນີ້ ສະມາຊິກພັກສະໄໝສຳຮອງທຸກສະຫາຍ ຕ້ອງໄດ້ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ພ້ອມທັງ ບຸກໜ້າບືນຕົວປະຕິບັດຕາມກົດລະບຽບພັກທີ່ວາງອອກໃຫ້ເຂັ້ມງວດ ແລະ ສືບຕໍ່ວຽກງານວິຊາສະເພາະຂອງໃຜລາວໃຫ້ດີຂຶ້ນເປັນກ້າວໆ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເລີດ ລັດທະພອນ ຜູ້ຜະສານງານແຂວງ ບໍລິຄຳໄຊ

ປະເພດຂ່າວ: