ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາ ແລະ ວາງທິດທາງແຜນການ 2 ປີ ຕໍ່ໜ້າຂອງພະແນກຍຸຕິທຳແຂວງບໍລິຄຳໄຊ

    ພະແນກຍຸຕິທຳແຂວງບໍລິຄຳໄຊໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາແລະວາງທິດທາງແຜນການ 2 ປີຕໍ່ໜ້າຂຶ້ນ, ໃນຕອນເຊົ້າຂອງວັນທີ 5 ມັງກອນ 2018 ຜ່ານມາ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ບໍລິຄຳໄຊ. ໂດຍການເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ຮັກສາການເລຂາໜ່ວຍພັກພະແນກຍຸຕິທຳແຂວງ,  ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ແລະ ທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການພ້ອມດ້ວຍພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ  ສະພັງທອງ ພົມມະຈັກ ຮັກສາການເລຂາໜ່ວຍພັກພະແນກຍຸຕິທໍາແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ III ໃນລະຍະ 3 ປີຜ່ານມາ ພ້ອມນັ້ນກອງປະຊຸມຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກແຂວງສະບັບເລກທີ 816/ ຄປພ.ຂບຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍປະກາດບົ່ງຕົວແຕ່ງຕັ້ງ ເລຂາ ແລະ ຜູ້ກວດກາໜ່ວຍພັກ ຊຶ່ງແມ່ນ ສະຫາຍ  ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ ເປັນ ເລຂາໜ່ວຍພັກ ແລະ ສະຫາຍ ບົວພັນ ຈັນທະວິລຸນ ເປັນຜູ້ກວດກາໜ່ວຍພັກ.

    ຈາກນັ້ນທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ  ກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ໄດ້ສ້າງຜົນງານໃນລະຍະ 3 ປີ ຜ່ານມາພ້ອມກັນນັ້ນທ່ານຍັງເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ທຸກໜ່ວຍງານພາຍໃນພະແນກຍຸຕິທຳແຂວງ ຈົ່ງພ້ອມກັນສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຜົນຕາມທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ພາບ, ຂ່າວ: ທ່ານ ບຸນເລີດ ລັດທະພອນ, ພະແນກຍຸຕິທຳແຂວງ ບໍລິຄຳໄຊ

ປັບປຸງໂດຍ: ສີປະໄພ.

ປະເພດຂ່າວ: