ສ້າງສະຕິເຄົາລົບກົດໝາຍໃຫ້ບັນດາພະນັກງານ-ລັດຖະກອນ ຂອງພະແນກສາທາລະນະສຸກແຂວງ ຊຽງຂວາງ

ໃນວັນທີ 26 ຕຸລາ 2018 ທີ່ຜ່ານມານີ້ ນຳໂດຍ ທ່ານ ມົນຕີ ສີອຸດົມ ວ່າການຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ພ້ອມດ້ວຍພະນັກງານວິຊາການ ໄດ້ນຳເອົາບາງເນື້ອໃນ ບາງມາດຕາຂອງກົດໝາຍ ລົງໄປເຜີຍແຜ່ໃຫ້ແກ່ບັນດາຖັນແຖວພະນັກງານ-ລັດຖະກອນຂອງພະແນກສາທາລະນະສຸກແຂວງ ຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໄຊ ນວນທະສິນ ກຳມະການພັກແຂວງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງພະແນກສາທາລະນະສຸກແຂວງ ຊຽງຂວາງ ມີບັນດາຫົວໜ້າ, ຮອງຫົວໜ້າທີ່ມາຈາກໂຮງໝໍ, ໂຮງຮຽນສາທາລະນະສຸກ ແລະ ຕະຫຼອດຮອດອ້າຍເອື້ອຍນ້ອງພະນັກງານພາຍໃນພະແນກເຂົ້າຮ່ວມ ຈຳນວນ 135 ຄົນ, ຍິງ 68 ຄົນ. ໃນກອງປະຊຸມ ທ່ານ ມົນຕີ ສີອຸດົມ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກເຖິງຫຼາຍບັນຫາທີ່ສຳຄັນເຊັ່ນ: 
- ຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມີຄວາມຈຳເປັນທີ່ພະນັກງານ-ລັດຖະກອນຕ້ອງຮູ້ກົດໝາຍ;
- ການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ຖືເອົາພະນັກງານທີ່ເຂົ້າຮ່ວມຮັບຟັງເປັນໃຈກາງໃນການແລກປ່ຽນບົດຮຽນ, ຍົກພຶດຕິກຳຕົວຈິງຂຶ້ນມາສົນທະນາຊຶ່ງກັນ ແລະ ກັນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໃຫ້ເອົາໃຈໃສ່ຮັບຟັງ ເພື່ອນຳເອົາເນື້ອໃນກົດໝາຍໄປຜັນຂະຫຍາຍຢູ່ໃນກົມກອງ ແລະ ອົງການຂອງຕົນ.

ກົດໝາຍທີ່ນຳລົງໄປໂຄສະນາເຜີຍແຜ່ໃນຄັ້ງນີ້ປະກອບມີ ພາລະບົດດບາດຂອງອົງການປົກປ້ອງກົດໝາຍ, ບາງມາດຕາຂອງລັດຖະທຳມະນູນ, ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ການປິ່ນປົວ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ, ກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍ ຢາເສບຕິດ ໃນພິທີດັ່ງກ່າວ ທ່ານ ຄຳບຸ່ມ ພັນທະວົງ ວິຊາການກົດໝາຍປະຈຳຢູ່ຂະແໜງ ໂຄສະນາເຜີຍແຜ່ກົດໝາຍ ໃຫ້ກຽດບັນຍາຍເອກະສານ ຜ່ານການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ເຫັນວ່າຜູ້ເຂົ້າຮ່ວມຮັບຟັງມີຄວາມສົນໃຈຕໍ່ກັບເນື້ອໃນຂອງກົດໝາຍ ທີ່ທີມງານໄດ້ນຳລົງໄປໂຄສະນາເຜີຍແຜ່ ຊຶ່ງສະແດງອອກຢູ່ບ່ອນວ່າ: ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກຄຳຖາມຂຶ້ນມາສົນທະນາກັບທີມງານ ໂດຍສະເພາະແມ່ນຍົກເອົາບັນຫາທີ່ເກີດຂຶ້ນຕົວຈິງມາແລກປ່ຽນບົດຮຽນໂດຍອີງໃສ່ກົດໝາຍເປັນຫຼັກ ຈາກນັ້ນ ພະແນກຍຸຕິທຳແຂວງຍັງໄດ້ມອບປຶ້ມກົດໝາຍຈຳນວນໜຶ່ງ ໃຫ້ພະແນກສາທາລະນະສຸກແຂວງ ຊຽງຂວາງ ເພື່ອໃຫ້ພະນັກງານ-ລັດຖະກອນ ໄດ້ຄົ້ນຄວ້າ ເພື່ອໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.

ຂ່າວ-ພາບ: ພະແນກຍຸຕິທຳແຂວງ ຊຽງຂວາງ

ປະເພດຂ່າວ: