ພະແນກຍຸຕິທຳແຂວງ ຈຳປາສັກ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ຕອນເຊົ້າ ຂອງວັນທີ 25 ເມສາ 2019 ຜ່ານມານີ້ ຢູ່ທີ່ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ຈັດພິທີເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານນຳພາ, ຄຸ້ມຄອງຂອງພະແນກການອ້ອມຂ້າງແຂວງ, ນະຄອນ, 9 ຕົວເມືອງ, ພາກສ່ວນທຸລະກິດ ແລະ ເອກະຊົນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຍຸຕິທຳແຂວງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ, ມີຄະນະພະແນກຍຸຕິທຳ, ຄະນະຮັບຜິດຊອບຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຄູ-ອາຈານ ພ້ອມດ້ວຍນັກຝືກອົບຮົມເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 13 ທ່ານ. ໃນພິທີ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຕາງໜ້າຄະນະຮັບຜິດຊອບຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ກໍໄດ້ຂຶ້ນຜ່ານແຜນການກະກຽມເປີດຊຸດຝືກອົມຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດດັ່ງກ່າວ.

ໃນຕອນທ້າຍ ທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍໄດ້ໃຫ້ກຽດກ່າວເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂື້ນຢ່າງເປັນທາງການ ພ້ອມທັງໂອ້ລົມໃຫ້ບັນດານັກຝືກອົບຮົມ ຈົ່ງເອົາໃຈໃສ່ໃນການຄົ້ນຄ້ວາ, ຮ່ຳຮຽນ ເພື່ອນຳໄປຈັດຕັ້ງປະຕິບັດໃນຂະແໜງການ ແລະ ວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນເປັນຢ່າງດີ.

ຂຽນຂ່າວ-ຖ່າຍພາບ: ລັດສະໜີ ພົມມະຈັນ