ພະແນກຍຸຕິທຳແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົ ວັນ, ຊຸດທີ VII ປະຈຳປີ 20ດໝາຍ ໄລຍະ 4518

       ໃນຕອນ​ເຊົ້າ​ຂອງ​ວັນ​ທີ 17 ພຶດສະພາ 2018 ຜ່ານ​ມາ​ນີ້ ພະ​ແນ​ກຍຸຕິ​ທໍາ​ແຂວງ ຈຳປາ​ສັກ ໄດ້​ຈັດ​ພິທີປິດຊຸດ​ຝຶກ​ອົບຮົມ​ກົດໝາຍ ​ໄລຍະສັ້ນ 45 ວັນ ຊຸດ​ທີ ​VII ປະຈຳ​ປີ 2018 ໂດຍ​ການ​​ເປັນ​ປະທານຂອງທ່ານ ​ເມກ​ສະຫັວນ ພົມ​ພິທັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຈຳປາ​ສັກ, ມີ​ບັນດາ​ຄະນະ​ພະ​ແນ​ກຍຸຕິ​ທຳ​ແຂວງ, ​ແຂກ​ຖືກ​ເຊີນ ຕະຫຼອດຮອດ​ຄູ-ອາຈານ ​ແລະ ນັກ​ຝຶກ​ອົບຮົມ​ເຂົ້າ​ຮ່ວມ​ທັງໝົດ 77 ທ່ານ, ຍິງ 12 ທ່ານ.

​          ໃນ​ພິທີທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າພະແນກຍຸຕິທຳ​ແຂວງ ຈຳປາ​ສັກ ທັງເປັນຄະນະຮັບຜິດຊອບຈັດຊຸດຝຶກອົບຮົມດັ່ງກ່າວ ​ກໍໄດ້ຂຶ້ນຜ່ານສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຊຸດ​ຝຶກ​ອົບຮົມ​ກົດໝາຍ ​ໄລຍະ 45 ວັນ, ຊຸດ​ທີ ​VII ປະຈຳ​ປີ 2018 ຊຶ່ງ​ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ກົດໝາຍ​ໃນ​ຄັ້ງ​ນີ້​ ກໍ​ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍ​ໃນ​ແຂວງ​ຈຳປາ​ສັກ ໄດ້ຮັບຮູ້ ​ແລະ  ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ, ຫຼັງຈາກ​ນັ້ນ​ກໍ​ໄດ້​ມີ​ການ​ມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ຜູ້​ທີ່​ສຳ​ເລັດ​ການ​ຝຶກ​ອົບຮົມ​ດັ່ງກ່າວ ຈຳນວນ 57 ທ່ານ, ຍິງ 12 ທ່ານ, ມອບ​ໂດຍ ທ່ານ ​ເມກ​ສະຫັວນ ພົມ​ພິທັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຈຳປາ​ສັກ. 

ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ເມກ​ສະຫັວນ ພົມ​ພິທັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຈຳປາ​ສັກ, ​ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ຂ່າວ: ນັກ​ຂ່າວ​ ແຂວງ​ຈຳປາ​ສັກ

ປັບປຸງຂ່າວ​: ອ່ອນ​ຄຳ