ພະແນກຍຸຕິທຳແຂວງຈຳປາສັກ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ພາລະບົດບາດຂອງຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ບ້ານຕ່າງໆ ພາຍໃນແຂວງ

    ໃນວັນທີ 21 ທັນວາ 2017 ຜ່ານມານີ້ ຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ ພະແນກຍຸຕິທຳແຂວງຈຳປາສັກ ໄດ້ເຄີ່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ລວມທັງພາລະບົດບາດຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ ແລະ ການໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າຂື້ນ ທີ່ ບ້ານຈຸດສຸມ ໂນນຍາງ ເມືອງ ສຸຂຸມາ ແຂວງຈຳປາສັກ. ນຳທີມໂດຍທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ພ້ອມດ້ວຍຄະນະຕາງໜ້າຈາກສູນກາງໂດຍສົມທົບກັບຄະນະພັກຮາກຖານກຸ່ມບ້ານ, ເລຂາພັກບ້ານ, ນາຍບ້ານ, ຕາງໜ້າອົງການຈັດຕັ້ງພາຍໃນບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ 146 ຄົນ,ຍິງ 62 ຄົນ.

    ໃນການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ແມ່ນໄດ້ນໍາເອົາ ລັດຖະທໍາມະນູນ ແຫ່ງ ສປປ ລາວ  ແລະ ບັນດາກົດໝາຍ ທີ່ຕິດພັນກັບບັນຫາທີ່ເກິດຂື້ນໃນທ້ອງຖິ່ນ ເຊັ່ນ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ການສືບທອດມູນມໍຣະດົກ ພ້ອມດຽວກັນນັ້ນ ຄະນະໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າ ຍັງໄດ້ໃຫ້ຄຳປຶກສາກ່ຽວກັບຂໍ້ຂັດແຍ່ງທີ່ເກີດຂຶ້ນ ເປັນຕົ້ນ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ 3 ເລື່ອງ, ສາຍພົວພັນຄອບຄົວ 1 ເລື່ອງ ທັງນີ້ກໍເພື່ອເປັນການປະກອບສ່ວນໃນການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນສາມາດຮັບຮູ້ ແລະ ເຂົ້າໃຈໄດ້ກ່ຽວກັບບັນຫາກົດໝາຍ  ແລະ ວຽກງານການຊ່ວຍເຫຼືອດ້ານກົດໝາຍ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງຂະບວນການຍຸຕິທໍາ ໄດ້ຢ່າງສະດວກ ແລະ ທັນການ.

ຂຽນຂ່າວໂດຍ: ພູໂຂງພົມມະວົງນັກຂ່າວພະແນກຍຸຕິທຳແຂວງ ຈຳປາສັກ.

ປັບປຸງໂດຍ: ສີປະໄພ ເພັດປະທຸມມາ