ພະແນກຍຸຕິທຳແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳ ປີ 2017 ແລະ ວາງທິດທາງແຜນການ ປີ 2018

    ໃນວັນທີ 25 /01/2018 ຜ່ານມານີ້ ທີ່ພະແນກຍຸຕິທຳແຂວງຈຳປາ​ສັກ​ໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິທໍາປີ 2017 ​ແລະ ວາງ​ທິດ​ທາງ​ແຜນການ​ປີ 2018 ​ໂດຍ​ການເປັນປະທານໂດຍ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາ​ສັກ, ​ເປັນກຽ​ດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສີ ມະນີ​ນິນ ກຳມະການ​ພັກ​ແຂວງ ​ເຈົ້າ​ເມືອງ ​ເມືອງສຸຂຸມາ, ຊຶ່ງມີ​ຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງ​​ແຂວງ, ຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງ​ເຂົ້າ​ຮ່ວມທັງໝົດ 68 ທ່ານ; ຍິງ 17 ທ່ານ;

     ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ​ໃນ​ລະຍະ​ຜ່ານ​ມາ ​ແລະ ຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ວຽກງານຍຸຕິທຳຮາກຖານປີ 2018, ຫຼັງຈາກ​ນັ້ນ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບົດ​ສະຫຼຸບດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມໝາຍຄວາມ​ສຳຄັນ;

     ໃນ​ວາລະ​ທ້າຍ ໄດ້ມີພິທີມອບ - ຮັບໃບຍ້ອງຍໍຈາກທ່ານ ເຈົ້າແຂວງ ​ແຂວງຈຳປາສັກ ໃຫ້ພະແນກຍຸຕິທໍາ ແລະ ພະນັກງານ - ລັດຖະກອນພະແນກຍຸຕິທຳແຂວງຈຳປາ​ສັກ ທີ່​ມີ​ຜົນງານ​ພົ້ນ​ເດັ່ນ​ໃນ​ການຈັດ​ຕັ້ງປະຕິບັດ​ວຽກງານ​ຍຸຕິ​ທຳ ​ໃນ​ລະຍະ 1 ປີຜ່ານມາ ​ໂດຍ​ການ​ໃຫ້ກຽດມອບ​ໂດຍ​ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາ​ສັກ.

                         ປະຊຸມ​ດັ່ງກ່າວ​ໄດ້​ປິດ​ລົງ​ໃນ​ວັນ​ດຽ​ວກັນ ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

​ຂ່າວ ​ແຂວງ​ຈຳປາ​ສັກ