ພະແນກຍຸຕິທຳ ແຂວງ ຈຳປາສັກ ໄດ້ຈັດພິທີປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນຕອນບ່າຍ ວັນທີ 21 ມັງກອນ 2019 ພະແນກຍຸຕິທຳ ແຂວງ ຈຳປາສັກ ໄດ້ຈັດພິທີປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949 - 20 ມັງກອນ 2019) ໂດຍການເປັນປະທານ ແລະ ບັນລະຍາຍເອກະສານຂອງ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ການປະຖະກະຖາໃນຄັ້ງນີ້ ແມ່ນໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດຢ່າງມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊົນຊົນປະຕິວັດລາວ ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະຊີວິດ, ເລືອດເນື້ອ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງກາຍປະຫວັດສາດ ທີ່ພັກປະຊາຊົນປະຕິວັດລາວ ໄດ້ມອບໝາຍໃຫ້ຢ່າງມີໄຊ ຈາກພວກຈັກກະພັດລ່າເມືອງຂື້ນຝລັ່ງ ແລະ ອາເມລິກາ ພ້ອມດ້ວຍພວກປະຕິການຂາຍຊາດທີ່ເປັນລູກແຫຼ້ງຕີນມືຂອງພວກເຂົາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ ມາເຖີງປະຈຸບັນກອງທັບປະຊາຊົນລາວ ຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດໃນລະບອບໃໝ່ໄດ້ຢ່າງໝັ້ນຄົງ ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງມີຄວາມໝັ້ນຄົງ, ມີຄວາມສະຫງົບ, ປະຊາຊົນມີຄວາມຮັ່ງມີເຂັ້ມແຂງ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ຂຽນຂ່າວ-ຖ່າຍພາບ: ໂດຍ ລັດສະໝີ ພົມມະຈັນ

ປະເພດຂ່າວ: