ພະແນກຍຸຕິທຳແຂວງຈຳປາສັກ ເປິດຊຸດຝຶກອົບຮົມກົດໝາຍລະຍະ 45 ວັນ  ຄັ້ງທີ VII ປະຈໍາປີ 2018

     ໃນທ້າຍເດືອນ ກຸມພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ເປິດຊຸດຝຶກອົບຮົມກົດໝາຍລະຍະ 45 ວັນ ຊຸດທີ VII ປະຈໍາປີ 2018 ຂຶ້ນ ຢູ່ທີ່ພະແນກຍຸຕິທໍາແຂວງຈຳປາສັກ. ໃຫ້ກຽດເປັນປະທານຂອງ ທ່ານ ເມກສະຫວັນ ພົມພິທັກ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ຜູ້ຊີ້ນຳວຽກງານຂົງເຂດປົກປ້ອງກົດໝາຍ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ 91 ທ່ານ, ຍິງ 21 ທ່ານ.

    ທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານການກະກຽມເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ກຸມພາ 2018 ແລະ ຈະດຳເນີນໄປຈົົນເຖິງວັນທີ 18 ພຶດສະພາ 2018 ຈຶ່ງຈະສໍາເລັດ, ມີນັກຝຶກອົບຮົມທັງໝົດ 57 ທ່ານ, ຍິງ 12 ທ່ານ, ມີ 28 ວິຊາຮຽນ, 315 ຊົ່ວໂມງ.

ໃນຕອນທ້າຍຂອງພິທີ ທ່ານ ເມກສະຫວັນ ພົມພິທັກ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍຄະນະຮັບຜິດຊອບທີ່ໄດ້ກະກຽມຊຸດຝຶກອົບຮົມ ພ້ອມທັງເນັ້ນໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງການຝຶກອົບກົດໝາຍ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການ; ນອກຈາກການເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຢູ່ພະແນກຍຸຕິທໍາແຂວງແລ້ວ ບັນດາຫ້ອງການຍຸຕິທຳ 10 ເມືອງກໍໄດ້ສຳເລັດການເປີດ ການຮຽນ - ການສອນກົດໝາຍຊັ້ນຕົ້ນລະຍະ 3 ເດືອນຂື້ນ ຊຶ່ງເປັນການໂຄສະນາເຜີຍແຜ່ສຶກສາອົບຮົມກົດໝາຍໃຫ້ອົງການປົກຄອງຂັ້ນທ້ອງຖິ່ນໄດ້ຮັບຮູ້, ເຂົ້າໃຈ, ກຳໄດ້ເນື້ອໃນຂອງກົດໝາຍ ແລະ ລະບຽບການ ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃນຂະແໜງການຂອງຕົນ ໃຫ້ນັບມື້ນັບຫັນເຂົ້າສູ່ ກົດໝາຍ ແລະ ລະບຽບການເທື່ອລະກ້າວ.

 

ຂຽນໂດຍ: ພູໂຂງ

ປັບປຸງໂດຍ: ສີປະໄພ

ປະເພດຂ່າວ: