ຫ້ອງ​ການ​ຍຸ​ຕິ​ທຳ​ເມືອງ​ທ່າ​ແຂກ​ເປີດ​ການ​ຮຽນ-ການ​ສອນ​ກົດ​ໝາຍ​ຊັ້ນ​ຕົ້ນ​ຊຸດ​ທີ IX ​ທີ່​ ເຂດ​ສີ​ໂຄດ-ດົງ​ໃຕ້

          ໃນຕອນເຊົ້າຂອງວັນທີ່ 02 ກຸມພາ 2018 ເວລາ 8:30 ໂມງ ທີ່ບ້ານ ດົງໃຕ້ ເມືອງ ທ່າແຂກ ແຂວງຄຳມ່ວນ ໄດ້ໄຂພິທີ ເປີດການຮຽນ - ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ່ IX ຂອງເມືອງ ທ່າແຂກ ຢູ່ເຂດສີໂຄດ - ດົງໃຕ້ ຂື້ນຢ່າງເປັນທາງການ ເປັນກຽດເປັນປະທານຮ່ວມໃນຄັ້ງນີ້ ໂດຍ ທ່ານ ຈັນ ບຸບຜາລີວັນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທ່າແຂກ, ທ່ານ ລຳພອນ ສີອັກສອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມຄະນະ, ທ່ານ ແກ້ວຕາ ໄຊ​ຍະ​ສານ ກຳ​ມະ​ການ​ພັກ​ເມືອງ, ຫົວຫນ້າຫ້ອງການຍຸຕິທຳເມືອງທ່າແຂກ ພ້ອມຄະນະ, ນອກນີ້ ກໍ່ຍັງມີບັນດາຄະນະປະຈ​ຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ນັກສຶກສາຝຶກງານ, ນັກສຳມະນາກອນ ແລະ ບັນດາແຂກທີ່ຖືກເຊີນກໍໃຫ້ກຽດເຂົ້ົາຮ່ວມງານໃນຄັ້ງນີ້ຢ່າງພ້ອມພຽງ ມີຜູ້ເຂົ້າຮ່ວມທັງໝົດ 80 ກວ່າຄົນ.

          ​ໃນ​ພິ​ທີ​ທ່ານ ຈັນ ບຸບຜາ​ລີ​ວັນ ໄດ້​ໂອ້​ລົມ​​ ໃຫ້ແກ່ນັກສຳມະນາກອນ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ຍຸ​ຕິ​ທຳ​ຮາກ​ຖານ​​ກໍ່​ຄື​ກະ​ຊວງ​ຍຸ​ຕິ​ທຳ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ກໍ່​ຄື​ ທາງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ ​ຄຳ​ມ່ວນ​ຊື່ງ​ໄດ້​ຈັດ​ຂື້ນ​ໂດຍ​ຫ້ອງ​ການ​ຍຸ​ຕິ​ທຳ​ເມືອງ​ທ່າ​ແຂກ​​ໄດ້​ເອົາ​ໃຈ​ໃສ່ຕໍ່​ວຽກ​ງານ​ສ້າງ​ບຸກ​ຄະ​ລາ​ກອນ​ກົດ​ໝາຍ​ໃຫ້​ແກ່​ຮາກ​ຖານ​ໃນ​ຄັ້ງ​ນີ້ ທັງ​ເປັນ​ການ​ຍົກ​ລະ​ດັບ​ຄວາມ​ຮູ້​ວິ​ຊາ​ສະ​ເພາະແກ່ ພໍ່-​ແມ່ປະ​ຊາ​ຊົນ, ທະ​ຫານ, ຕຳ​ຫລວດ ພ້ອມດ້ວຍອົງ​ການ​ຈັດ​ຕັ້ງມະຫາຊົນແຕ່​ລະ​ຂັ້ນ, ​ພະ​ນັກ​ງານອົງ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ ໄດ້​ຮັບ​ຮູ້ ແລະ ເຂົ້າ​ເຖິງວຽກງານ​​ກົດ​ໝາຍ  ເປັນ​ການກໍ່​ສ້າງ​ນັກ​ກົດ​ໝາຍລົງສູ່​​ທ້ອງ​ຖິ່ນ​ຂອງ​ຕົນ, ສ້າງໃຫ້​ມີນັກກົດໝາຍ​ທີ່​ເຂັ້ມ​ແຂງ, ມີ​ຄວາມຮູ້ທາງ​ດ້ານ​ກົດ​ໝາຍຢ່າງໜັກແໜ້ນ, ມີ​ປະ​ສິດ​ທິ​ພາບ​ອັນ​ກໍ່​ໃຫ້​ເກີດ​ປະ​ສິດ​ທິ​ຜົນເພື່ອ​ປົກ​ປ້ອງ, ຄຸ້ມ​ຄອງ  ແລະ ຮັກ​ສາ ສິດ​-​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຍຸ​ຕິ​ທຳໃກ້ແກ່​ຕົນ​ເອງ ແລະ ສັງຄົມ.

          ຫຼັງ​ຈາກນັ້ນ ທ່ານ​ກໍ​ຍັງ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ມາ​ຍັງ​ທຸກ​ພາກ​ສ່ວນ ທີ່​ໃຫ້​ການ ຊຸກ​ຍູ້ ​ແລະ ສະ​ໜັບ​ສະ​ໜູນ ໃຫ້​ຄວາມ​ຮ່ວມ​ໄມ້ ຮ່ວມ​ມື ສ້າງ​ຈຸດ​ສຸມ​ເຂດ​ສີ​ໂຄດ - ດົງ​ໃຕ້ ລວມ​ທັງ​ໝົດມີ 13 ບ້ານ ໃຫ້​ເປັນ​ສະ​ຖານ​ທີ່​ບົ່ມ​ເພາະແນວ​ພັນ ໃຫ້ແກ່ບຸກ​ຄະ​ລາ​ກອນ​ກົດ​ໝາຍ​ ຈຳ​ນວນ 50 ກວ່າ​ທ່ານ​ ໃຫ້​ເປັນ​ກຳ​ລັງ​ແຮງອັນ​ໜຶ່ງ​ທີ່ຜັກ​ດັນຄວາມ​ເຂັ້ມແຂງທາງ​ດ້ານ​ກົດ​ໝາຍ ທັງ​ເປັນ​ພູມ​ຄຸ້ມ​ກັນໃຫ້​ແກ່​ສັງ​ຄົມ ແລະ ທ້ອງ​ຖິ່ນ​ຂອງ​ຕົນ ໃຫ້​ມ​ີ​ຄວາມ​ສະ​ຫງົບສຸກ, ເຂັ້ມ​ແຂງ ແລະ ຍຸຕິທຳ.

          ຈ​ການັ້ນ ທາງ​ຄະ​ນະ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວນ ນຳ​ໂດຍ​ທ່ານ ລຳ​ພອນ ສີ​ອັກ​ສອນ ຮອງ​ເລ​ຂາ​ໜ່ວຍ​ພັກ, ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳແຂວງ​ຄຳ​ມ່ວນ ກໍ່​ຖື​ໂອ​ກາດ​ດັ່ງ​ກ່າວ ເປັນ​ກຽດ​ຂື້ນມອບ​ປື້ມ​ກົດ​ໝາຍ 4 ຂົງ​ເຂດ ໃຫ້​ແກ່ ອົງ​ການ​ປົກ​ຄອງ​ບ້ານ ເຂດ​ສີ​ໂຄດ-ດົງ​ໃຕ້ ເພື່ອ​ໄດ້​ນຳ​ເອົາ​ປື້ມ​ດັ່ງ​ກ່າວ​ເຂົ້າ​ໃສ່​ຕູ້​ປື້ມກົດ​ໝາຍປະຈຳບ້ານ ເພື່ອ​ເປັນ​ແຫຼ່ງ​ສະ​ໜອງ​​ຂໍ້​ມູນ ​ແລະ ​ຄວາມ​ຮູ້​ທາງ​ດ້ານ​ກົດ​ໝາຍໃຫ້​ແກ່​ປະ​ຊາ​ຊົນ​ ເຂດ​ສີ​ໂຄດ-ດົງ​ໃຕ້.

          ພິ​ທີ​ໄດ້​ດຳ​ເນີນ​ຮອດ ເວ​ລາ 11:00 ໂມງ ຂອງວັນ​ດຽວ​ກັນ​ຈິ່ງ​ໄດ້​ສຳ​ເລັດ ແລະປິດລົງຢ່າງຈົບ​ງາມ.