ສຳເລັດການຮຽນ-ການສອນກົດໝາຍ ຊັ້ນຕົ້ນ ທີ່ເມືອງຍົມມະລາດ, ແຂວງຄຳມ່ວນ

     ໃນຕອນເຊົ້າຂອງ ວັນທີ່ 04 ພຶດສະພາ 2017 ເວລາ 8:30 ທີ່ບ້ານຖ້ຳພວງ, ເມືອງຍົມມະລາດ ໄດ້ປິດບັ້ນການສອນ-ການຮຽນກົດໝາຍ ຊັ້ນຕົ້ນ ລະຍະ 03 ເດືອນ ສົກປີ 2017  ໂດຍການເປັນປະທານຂອງ ທ່ານ ມະນີວົງ ຈັນ ທະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຍົມມະລາດ. ຕາງໜ້າພະແນກຍຸຕິທຳແຂວງ ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມຄະນະ, ທ່ານ ພັທ ຄຳແສງ ສຸລິຍະວົງ ຄະນະປະຈຳ ພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ. ນອກນັ້ນ ຍັງມີການນຳຂັ້ນເມືອງ , ຫົວໜ້າເຂດ  ແລະ ການຈັດຕັ້ງຂັ້ນບ້ານ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

      ໃນພິທີ ທ່ານ ວິໄຊ ແກ້ວດວງດີ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ນັກສຳມະນາກອນທີ່ຈົບກົດໝາຍຊັ້ນຕົ້ນ ໃນສົກ2017 ຈຳນວນ 53 ຄົນ ຍິງ 10 ຄົນ ຊຶ່ງໃນນັ້ນມີຄະນະໜ່ວຍໄກ່ເກ່ຍຂັ້ນບ້ານ, ຮອງນາຍບ້ານ,ການຈັດຕັ້ງຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນ, ພາຍຫຼັງທີ່ມອບປະກາສະນີຍະບັດແລ້ວ ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງໆຍົມມະລາດ ໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍແກ່ບັນດາຜູ້ທີ່ມີຜົນງານ ປະກອບສ່ວນເຂົ້າໃນການສອນ-ການຮຽນຄັ້ງນີ້.

         

     ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງໆຍົມມະລາດ ໄດ້ໃຫ້ກຽດໂອ້ລົມຕໍ່ນັກຮຽນທີ່ຈົບກົດໝາຍຊັ້ນຕົ້ນ ຊຸດທີ່ IV ວ່າ: ການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດນີ້ ແມ່ນໄດ້ຮັບຜົນສຳເລັດດີ ເຮັດໃຫ້ອຳນາດການປົກຄອງ, ຄະນະພັກນຳພາກຸ່ມບ້ານ, ພະນັກງານຫຼັກແຫຼ່ງຂອງເມືອງຈຳນວນໜຶ່ງ ຕະຫຼອດຮດອຊາວໜຸ່ມ ປປ ລາວບ້ານ ທີ່ໄດ້ເຂົ້າຮ່ຳຮຽນ ມີຄວາມເຂົ້າໃຈຕໍ່ບັນຫາກົດໝາຍຕ່າງໆ ທີ່ຈຳເປັນໃນຊີວິດປະຈຳວັນ ແລະ ວຽກງານຢູ່ຮາກຖານ ໂດຍສະເພາະແມ່ນ ສະຕິຕື່ນຕົວໃນການເຄົາລົບ ແລະ ປະຕິບັດຕໍ່ລະບຽບກົດໝາຍຂອງປະຊາຊົນໄດ້ເພີ່ມຂຶ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບຢູ່ຂັ້ນຮາກຖານບ້ານ, ປະຊາຊົນດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ ແລະ ມີຄວາມຜາສຸກ, ສັງຄົມມີຄວາມທ່ຽງທຳ ແລະ ຍຸຕິທຳເທື່ອລະກ້າວ. ພ້ອມນີ້ ທ່ານເຈົ້າເມືອງ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພະແນກຍຸຕິທຳແຂວງທີ່ໄດ້ເອົາໃຈໃສ່ຊຸກຍູ້, ສ້າງບຸກຄະລາກອນກົດໝາຍ ໃຫ້ແກ່ຮາກຖານບ້ານ ແລະ ອຳນາດການປົກຄອງເມືອງຍົມມະລາດ ໄດ້ເຂົ້າໃຈເຖິງຄວາມສຳຄັນຂອງກົດໝາຍ ແລະ ລະບຽບການທີ່ພັກລັດເພີ່ນວາງອອກ ລວມທັງການສະໜອງປຶ້ມແບບຮຽນກົດໝາຍຊັ້ນຕົ້ນ ທີ່ທາງກະຊວງ ໄດ້ອຳນວຍຊ່ວຍເຫຼືອຕອບສະໜອງໃຫ້ຢ່າງພຽງພໍ. ນອກນັ້ນ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ກຳລັງ ປກຊ-ປກສ ທີ່ໄດ້ອຳນວຍຄວາມສະດວກ ເປັນຕົ້ນ ແມ່ນສະຖານທີ່ດຳເນີນການຮຽນ-ການສອນ  ລວມໄປ ເຖິງບັນດາຜູ້ ທີ່ໄດ້ອຸປະຖຳ ແລະ ປະກອບສ່ວນດ້ານວັດຖຸ ແລະ ປັດໄຈຕ່າງໆ ໃຫ້ແກ່ການຮຽນການ-ສອນ ຊູດນີ້ ປາສົບຜົນສຳເລັດຕາມລະດັບຄາດໝາຍ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ຄຳມ່ວນ