ຄະນະພະແນກຍຸຕິທຳແຂວງກວາງບິ່ງ ສສ ຫວຽດນາມ ຢ້ຽມຢາມພະແນກຍຸຕິທຳແຂວງຄຳມ່ວນ

     ໃນລະຫວ່າງທ້າຍເດືອນມີຖຸນາ 2017 ຜ່ານມານີ້, ພະແນກຍຸຕິທຳ ແຂວງຄຳມ່ວນ ນຳໂດຍທ່ານ ຈັນທາ ພົມມະສອນ  ຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ ໄດ້ພົບປະສອງຝ່າຍກັບ ທ່ານ ເຈີນວັນເລ ຮອງຫົວ ໜ້າພະແນກຍຸຕິທຳ ແຂວງ ກວງບິ່ງ ສສ ຫວຽດນາມ ພ້ອມຄະນະ ເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານພົວພັນຮ່ວມມືຂອງທັງສອງພະແນກ ຕາມເນື້ອໃນບົດບັນທຶກທີ່ໄດ້ເຊັນກັນໃນປີທີ່ຜ່ານມາ ໃນນັ້ນ, ການປະສານສົມທົບລະຫວ່າງສອງພະແນກ  ແມ່ນຍັງຮັກສາໄດ້ການພົວພັນຮ່ວມມືທີ່ດີ, ສ່ວນຂົງເຂດວຽກງານວິຊາສະເພາະ ແມ່ນຍັງບໍ່ທັນໄດ້ລົງເລິກເທົ່າທີ່ຄວນ, ແຕ່ເຖິງຢ່າງໃດກໍຕາມທັງສອງຝ່າຍ ຍັງສືບຕໍ່ການວຽກ ງານການພົວພັນຮ່ວມມືຕາມເນື້ອໃນບົດບັນທຶກໃຫ້ໄດ້ຮັບໝາກຜົນ ໂດຍສະເພາະ ແມ່ນການແລກປ່ຽນບົດຮຽນໃນການປັບປຸງບໍລິຫານ, ບໍລິການ, ກວດກາ, ໂຄສະນາ, ສຶກສາກົດໝາຍ, ຈົດທະບຽນຄຸ້ມຄອງ,ທະບຽນ ຄອບຄົວ ແລະ ຊີວະປະວັດຂອງບຸກຄົນ.

     ໃນໂອກາດດຽວກັນ ທ່ານເຈີນວັນເລ ພ້ອມຄະນະກໍໄດ້ເຂົ້າພົບຢ້ຽມຢາມ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ ເພື່ອແຈ້ງຈຸດປະສົງຕໍ່ທ່ານເຈົ້າແຂວງ ກ່ຽວກັບການເຄື່ອນໄຫວພົບປະ ແລະ ແລກປ່ຽນບົດຮຽນ ຢູແຂວງ ຄຳມ່ວນໃນຄັ້ງນີ້.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານແຂວງ ຄຳມ່ວນ