ການປະຊຸມປະເມີນຜົນຂອງການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ພະແນກຍຸຕິທຳແຂວງຄຳມ່ວນ

     ກອງປະຊຸມປະເມີນຜົນຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປ ລາວ ຂອງພະແນກຍຸຕິທຳ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 31 ຕຸລາ 2017 ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງ ຄຳມ່ວນ ໂດຍການເປັນປະທານຂອງ ສະຫາຍ ນວນຕາ ສີທະວີວົງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງຄຳມ່ວນ ແລະ ເປັນກຽດຮ່ວມເປັນປະທານໂດຍ ສະຫາຍ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ສະຫາຍ ວົງພະຈັນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ປະທານຄະນະກວດກາປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, ມີຫົວ ໜ້າ, ຮອງຫົວໜ້າຫ້ອງການ ແລະ ຄະນະໜ່ວຍຊາວໜຸ່ມຈາກສານປະຊາຊົນແຂວງ, ໄອຍະການປະຊາຊົນແຂວງຄຳມ່ວນ ແລະ ບັນດາແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈຳນວນ 37 ຄົນ,  ຍິງ 17 ຄົນ

     ໃນກອງປະຊຸມ ສະຫາຍ ນາງ ວົງພະຈັນ ສີບຸນເຮືອງ ຕາງໜ້າໃຫ້ຄະນະບໍລິຫານຊາວໜຸ່ມແຂວງ ໃນນາມຫົວໜ້າອະນຸປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນງານ ທີ່ຊາວໜຸ່ມພະແນກຍຸຕິທຳແຂວງຄຳມ່ວນຍາດມາໄດ້  ແລະ  ສະຫາຍໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳບາງບັນຫາ ໂດຍສະເພາະ ແມ່ນຄວາມເປັນເຈົ້າການໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຕໍ່ໝູ່ຊາວໜຸ່ມ-ເຍົາວະຊົນ ທີ່ ເປັນແຂນຂວາຂອງພັກ ປປ ລາວ, ເປັນອະນາຄົດຂອງຊາດ. ສະນັ້ນ, ຊາວໜຸ່ມ ປປລາວ ຕ້ອງໄດ້ເອົາໃຈໃສ່ຕ້ານກັບປາກົດການຫຍໍ້ທໍ້ດັ່ງກ່າວ. ຈາກນັ້ນ ຊາວໜຸ່ມຕົວແບບກໍໄດ້ ຂຶ້ນກ່າວມີຄຳເຫັນ ກ່ຽວກັບການສ້າງວິຊາຊີບ ແລະ ການມີວຽກເຮັດງານທຳ ເພື່ອສ້າງເສດຖະກິດເສດຖະກິດຄອບຄົວ ໃຫ້ເຂັ້ມແຂງ.

     ກອງປະຊຸມໄດ້ປະເມີນຜົນການຈັດຕັ້ງປະຕິບັດຕາມຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ  ວາງອອກ, ພ້ອມທັງມອບໃບຢັ້ງຢືນ 4 ບຸກ ໃຫ້ສະມາຊິກຊາວໜຸ່ມ ແລະ ໜ່ວຍ 4 ບຸກ ສະໃໝ ທີ 2, 3 ສົກປີ 2014 – 2016 ຢ່າງເປັນຂະບວນຟົດຟື້ນ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານ ແຂວງຄຳມ່ວນ