ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຄຳມ່ວນ ທີ 07 ມີນາ 2019

ໃນຕອນເຊົ້າຂອງວັນທີ 07 ມີນາ 2019 ​ເວລາ ​8​ : 30 ໂມງ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຄຳມ່ວນຂຶ້ນຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍທ່ານ  ນາງ ພອນປະສຸກ ຈະເລີນສຸກ ປະທານສະຫະພັນຍິງພະແນກຍຸຕິທຳແຂວງ ຄຳມ່ວນ, ຮອງຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ ແລະ ເປັນກຽດເຂົ້າຮ່ວມຂອງນາງ ບຸນຖອນ ພະຈັນທອນ ຮອງປະທານຄະນະບໍລິຫານງານສະຫະພັນຍິງແຂວງ ພ້ອມດ້ວຍ ທ່ານ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກສະຫະພັນຍິງຂອງ ອົງການໄອຍະການແຂວງ, ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ ເຂົ້າຮ່ວມ ພ້ອມທັງຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນພະແນກ ກໍໍໄດ້ເຂົ້າຮ່ວມ ມີທັງໝົດ 34 ທ່ານ, ເປັນຊາຍ 11 ສະຫາຍ.

ໃນວາລະດັ່ງກ່າວ ທ່ານ ນາງພອນປະສຸກ ຈະເລີນສຸກ ໄດ້ຂຶ້ນກ່າວເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານສະຫະພັນຍິງພະແນກຍຸຕິທຳແຂວງ ຢ່າງເປັນທາງການ ພ້ອມທັງສະຫຼຸບຕີລາຄາ ລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ທີ່ທາງສະຫະພັນຍິງພະແນກຍຸຕິທຳເກັບກ່ຽວມາໄດ້ນັ້ນ ພ້ອມທັງຊີ້ໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ຜ່ານມາບວກກັບລາຍງານທິດທາງແຜນການ 05 ປີໃນຂ້າງໜ້າ ຕໍ່ທີ່ປະຊຸມ .

    ຈາກນັ້ນ ທາງຄະນະຈັດຕັ້ງພິທີ ກໍ່ໄດ້ຂື້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍໃຫ້ແກ່ສະມາຊິກຜູ້ທີ່ປະກອບວຽກງານເຂົ້າໃນ 05 ປີຜ່ານມາ  ສົກປີ 2014 - 2018 ໃຫ້ແກ່ບັນດາຜູ້ທີ່ມີຜົນງານດ້ານຕ່າງໆ ໂດຍມີ 19 ທ່ານ ທີ່ສຸມເຫື່ອແຮງ, ແນວຄິດ, ສະຕິປັນຍາ ປະກອບສ່ວນເຂົ້າໃນໝາກຜົນໃນຄັ້ງນີ້ ເຊີ່ງ ສະຫຼຸບໄດ້ ຜົນຂອງການເລືອກຕັ້ງຂອງຮາກຖານສະຫະພັນແມ່ຍິງຄະນະຊຸດໃໝ່ມີດັ່ງນີ້:

  1. ທ່ານ ນ. ພອນປະສຸກ ຈະເລີນສຸກ ເປັນປະທານ;

  2. ທ່ານ ນ. ອາລຸນນີ ແສນອຸໄທ ເປັນຮອງປະທານ ທັງເປັນປະທານກວດກາ;

  3. ທ່ານ ນ. ສຸກສະໝອນທຳມະວົງ ເປັນຄະນະ.

ຕໍ່ຈາກນັ້ນທ່ານ ວິໄຊ ແກ້ວດວງດີ ຄະນະປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນບາງປະການ ປະກອບຄຳເຫັນບາງຢ່າງຕໍ່ທີ່ປະຊຸມໃນຄັ້ງນີ້ວ່າ: ຢາກໃຫ້ອ້າຍນ້ອງສະມາຊິກສະຫະພັນຍິງເພີ້ມເຕີມຕື່ມໃນຄວາມຮັບຜິດຊອບ ຄວາມເປັນເຈົ້າການ ພ້ອມທັງການຊອກຮູ້ຮ່ຳຮຽນ  ທາງກົງ ແລະ ທາງອ້ອມ ຂຶ້ນຕື່ມເພາະວ່າ ແຫຼ່ງຂໍ້ມູນຂ່າວສານໃນປະຈຸບັນແມ່ນມີທຸກໆທີ່ ອ້ອມຮອບ, ອ້ອມຕົວເຮົາຢູ່ທຸກທີ່ ດັ່ງນັ້ນ, ຈິ່ງຢາກໃຫ້ສະມາຊິກສະຫະພັນຍິງ ໜ່ວຍຮາກຖານ ຂອງຂະແໜງຍຸຕິທຳຈົ່ງຊອກຮູ້ ຮຳ່ຮຽນ ເພີ່ມທະວີ ຄວາມເອົາໃຈໃສ່ໃຫ້ເທົ່າທຽມທັນສະໄໝຕໍ່ສະພາວະໃນປັດຈຸບັນ

ຈາກນັ້ນ ທ່ານ ນາງ ບຸນຖອນ ພະຈັນທອນ ກໍ່ຍັງ ຮຽກຮ້ອງເອື້ອຍນ້ອງແມ່ຍິງ ໃຫ້ເອົາໃຈໃສ່ເພີ້ມທະວີ ການຊີ້ນຳໆພາຂອງຫົວໜ້າໜ່ວຍສະຫະພັນຍິງໃຫ້ເຂັ້ມແຂງ ແລະ ແຂງແຮງຂຶ້ນຕື່ມເປັນກ້າວໆ ພ້ອມທັງ ການເພີ່ມທະວີ ການຊອກຮູ້ ຮ່ຳຮຽນຈາກສະພາບແວດລ້ອມ ໃຫ້ແທດເໝາະກັບສະພາວະໃນປັດຈຸບັນ ພ້ອມທັງມີສະຕິຕື່ນຕົວ ຕໍ່ກັບປະກົດການຫຍໍ່ທໍ້ຕ່າງໆ ໃຫ້ ເຂັ້ມແຂງ ຕໍ່ກັບສະພາບຄວາມເປັນຈິງ ໃນປັດຈຸບັນ.

ພິທີດັ່ງກ່າວ ດຳເນີນມາຮອດເວລາ  11:30 ໂມງ ໄດ້ສຳເລັດກອງປະຊຸມ ຢ່າງຈົບງາມ.