ກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ

ໃນເວລາ 8 ໂມງ 30 ນາທີຶ ຂອງວັນທີ່ 30 ມັງກອນ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນຂື້ນຢ່າງເປັນທາງການ, ໃນນີ້ ກອງປະຊຸມໄດ້ເປັນກຽດຢ່າງສູງຕ້ອນຮັບທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ໃຫ້ກຽດເປັນປະທານຮ່ວມກັບທ່ານ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ແລະ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມລາວ,  ມີບັນດາທ່ານຕາງໜ້າພະແນກການ, ພາກສ່ວນບໍລິສັດຕ່າງໆ ອ້ອມຂ້າງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງຄຳມ່ວນ  ເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ, ຍິງ 3 ທ່ານ.

          ກອງປະຊຸມພິທີເປີດຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ຄັ້ງນີ້ໄດ້ດໍາເນີນໄປຕາມຂັ້ນຕອນວາລະຂອງກອງປະຊຸມທີ່ກຳນົດໄວ້ຄື : ໄດ້ແຈ້ງຈຸດປະສົງກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງສະບັບເລກທີ່ 008/ພທຄ ລົງວັນທີ່ 11 ມັງກອນ 2018 ຂອງສະພາທະນາຍຄວາມລາວ ວ່າດ້ວຍ ການສ້າງຕັ້ງຫ້ອງການສະພາທະນາຍຄວາມ, ຫົວໜ້າ, ຮອງຫົວໜ້າຫ້ອງການສະພາທະນາຍຄວາມປະຈຳແຂວງຄຳມ່ວນ ຊື່ງສະເໜີໂດຍທ່ານ ນີວັນ ສົມແພງດີ ຄະນະປະຈຳ ຄະນະບໍລິຫານສະພາທະນາຍຄວາມລາວ.

          ທ່ານ ວໍລັດສະໝີ ສຸລິປະພັນ ໄດ້ກ່າວເປິີດກອງປະຊຸມຢ່າງເປັນທາງການ ພ້ອມກັບໄດ້ເລົ່າຄືນປະຫວັດການເຄື່ອນໄຫວຂອງສະພາທະນາຍຄວາມລາວ ຈາກນັ້ນບັນດາທ່ານໃນຄະນະສະພາທະນາຍຄວາມກໍ່ໄດ້ຜັດປ່ຽນກັນອະທິບາຍຊີ້ແຈງເຖິງຄວາມໝາຍຄວາມສຳຄັນຂອງວຽກງານທະນາຍຄວາມ ແລະ ຄວາມຈຳເປັນພາວະວິໄສ  ຄວນໃຫ້ມີຫ້ອງການສະພາທະນາຍຄວາມ ແລະ ໃຫ້ມີທະນາຍຄວາມທີ່ໃຫ້ບໍລິການທາງດ້ານກົດໝາຍທີ່ມີຄວາມຮູ້, ຄວາມສາມາດໃນລະດັບທີ່ແນ່ນອນ ເພື່ອຮັບໃຊ້ສັງຄົມໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.

          ກອງປະຊຸມໄດ້ຮັບຟັງການໂອ້ລົມ ຈາກທ່ານ ສົມໃຈ ເພັດສີນວນ ຊື່ງທ່ານໄດ້ໃຫ້ທັດສະນະ ແລະ ເນັ້ນໜັກຕື່ມບາງບັນຫາຄື :

  1. ການມີຫ້ອງການສະພາທະນາຍຄວາມປະຈຳແຕ່ລະແຂວງເວົ້າລວມ  ເວົ້າສະເພາະຢູ່ແຂວງຄຳມ່ວນແມ່ນດີທີ່ສຸດ ເພາະມັນຈະເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າເຖິງການບໍລິການຮັບໃຊ້ສັງຄົມທາງດ້ານກົດໝາຍຢ່າງກວ້າງຂວາງ.
  2. ການມີທະນາຍຄວາມກໍຈຳເປັນທີ່ສຸດ ເພາະຈະຊ່ວຍແກ້ໄຂຂໍ້ຂັດແຍ່ງໃນສັງຄົມ, ຊ່ວຍຂະບວນການຍຸຕິທຳເຮັດໃຫ້ການດຳເນີນໄປຢ່າງຖືກຕ້ອງ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ສັງຄົມມີຄວາມສະຫງົບສຸກ ແລະ ຍຸຕິທຳ
  3. ທຸກພາກສ່ວນໃນສັງຄົມກໍ່ຄື​ຫ້ອງ​ການ​ສະ​ພາ​ທະ​ນາຍ​ຄວາມ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ໂຄ​ສະ​ນາ​ເຜີຍ​ແຜ່​ວຽກ​ງານ​ດັ່ງ​ກ່າວ ໃຫ້​ເລິກ​ເຊີ່ງ ກວ້າງ​ຂວາງ ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ ແລະ ສັງ​ຄົມ​ໃຫ້​ປະກອບສ່ວນເຂົ້າໃນວຽກ​ງານ​ດັ່ງ​ກ່າວ​ຫລາຍ​ຂື້ນ, ສຳ​ຄັນ​ຕ້ອງ​ຮັບ​ປະ​ກັນ​ທາງ​ດ້ານ​ຄຸນ​ນະ​ພາບ​ເປັນຫຼັກ, ຫຼັງ​ຈາກນັ້ນ​ທ່ານ​ຄຳ​ຜັນ ຫຼວງ​ອາ​ມາດ ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ທະ​ນາຍ​ຄວາມ​ປະ​ຈຳ​ແຂວງ​ຄຳ​ມ່ວນ ໄດ້​ຂື້ນ​ກ່າວ​ຮັບ​ຄຳ​ໂອ​ລົມ ແລະ ປະ​ຕິ​ຍານ​ຕໍ່​ກອງ​ປະ​ຊຸມ​ວ່າ​ຈະ​ເຮັດ​ໜ້າ​ທີ່​ໃຫ້​ຖືກ​ຕ້ອງ​ຕາມ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ ​ໂດຍ​ສະ​ເພາະ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາຍ​ຄວາມ,ກົດ​ລະ​ບຽບ​ພາຍ​ໃນ​ຂອງ​ສະ​ພາ​ທະ​ນາຍ​ຄວາມ​ຢ່າງ​ເຂັ້ມ​ງວດ.

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ມາ​ຮອດ​ເວ​ລາ 10 ໂມງ 00ນາ​ທີ ຂອງວັນ​ດຽວ​ກັນ​ຈິ່ງ​ໄດ້​ປິດລົງ​ດ້ວຍ​ຜົນ​ສຳເລັດ​ອັນ​ຈົບ​ງາມ.