ພະແນກຍຸຕິທຳແຂວງຄຳມ່ວນປາຖະກະຖາມູນເຊື້້ອວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ພະແນກຍຸຕິທຳແຂວງຄຳມ່ວນໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້້ອວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( ວັນທີ 20 ມັງກອນ 1949 – ວັນທີ 20 ມັງກອນ 2019 ) ຂື້ນ ໃນວັນທີ່ 10 ມັງກອນ 2019  ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໂດຍການເປັນປະທານຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ  ພ້ອມດ້ວຍພະນັກງານການນຳ ແລະ ວິຊາການຂອງພະແນກຍຸຕິທຳ ໄດ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້.

            ໃນພິທີ ທ່ານ ຄຳເພົ້າ ທອງເທພາຮັກ ເປັນຜູ້ນຳສະເໜີເອກະສານ ກ່ຽວກັບມູນເຊື້້ອວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຊື່ງເປັນວັນທີ່ສຳຄັນຂອງຊາດລາວ ແລະ ເຍິງໃຫ້ເຫັນເຖິງມູນເຊືອອັນພິລະອາດຫານ ຄວາມມີນ້ຳໃຈເສຍສະຫຼະ ຄວາມອົດທົນ ອົດກັ້ນ ພັນຜ່ານາໆອຸປະສັກ ການອຸທິດຕົນເພື່ອພາລະກິດໃນການປົດປ່ອຍຊາດສູ່ເອກະລາດ.  ເນື້ອໃນທັງໝົດທີ່ທ່ານ ຄຳເພົ້າ ທອງເທພາຮັກ ໄດ້ນໍາສະເໜີນັ້ນ ກໍ່ເພື່ອເຜີຍແຜ່ໃຫ້ອ້າຍ ເອື້ອຍ ນ້ອງ ພະນັກງານ ແລະ ວິຊາການ ໜຸ່ມນ້ອຍ ໄດ້ເຊື່ອມຊຶມ - ຮັບຮູ້ເຖິງ ຄວາມໝາຍ ຄວາມສຳຄັນ ຂອງວັນດັ່ງກ່າວ ຢາ່ງເລີກເຊິ່ງ ທີ່ເພີ່ນໄດ້ສ້າງມູນເຊື້ອອັນດີງາມໄວ້ໃຫ້ເຮົາ ເພື່ອໃຫ້ຄົນລຸ້ນຫຼັງ ໃດ້ຮຽນຮູ້ ແລະ ສືບທອດ ຄຸນງາມຄວາມດີ ທີ່ເພີ່ນເຫຼົ່ານັ້ນໄດ້ສ້າງໄວ້.