ກະຊວງຍຸຕິທຳ ຈັດສຳມະນາກ່ຽວກັບກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສປປ ລາວ

        ເພື່ອ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ທ່ານ ລັດຖະມົນ​ຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 1422/ກຍ, ລົງ​ວັນ​ທີ 08 ທັນວາ 2017 ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ສຳ​ມະ​ນາ​ກົດໝາຍວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ຮ່ວມ​ກັບ ກະຊວງ​ຍຸຕິ​ທຳ ສາທາລະນະ​ລັດ ​ເກົາ​ຫຼີ. ສຳ​ມະ​ນາ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ 14 ທັນວາ 2017 ຢູ່​ທີ່ ​ໂຮງ​ແຮມ ​ແກຣນວຽງຈັນ, ​ໂດຍ​ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມມີ ທ່ານ ຊາງ​ຮຸນ ຄິມ ຮອງ​ຫົວໜ້າພະ​ແນ​ກກົດໝາຍສາກົນ ​ແລະ ​ໄອ​ຍະ​ການ​ປະຊາຊົນ​ ກະຊວງ​ຍຸຕິ​ທຳສາທາລະນະລັດ ​ເກົາຫຼີ, ມີ​ຜູ້ຕາງໜ້າຈາກ​ສະພາ​ແຫ່ງ​ຊາດ, ສຳນັກງານ​ນາຍົກ​ລັດຖະມົນຕີ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຍຸຕິ​ທຳ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ສານ​ປະຊາຊົນ​ສູງ​ສຸດ, ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫຼວງ ​ແລະ ຄະນະ​ນິຕິສາດ-ລັດຖະສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເຂົ້າ​ຮ່ວມ​ທັງໝົດ 37 ທ່ານ ,ຍິງ 17 ທ່ານ.

    ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ໃຫ້ກຽດກ່າວ​ເປີດ​ສຳ​ມະ​ນາພ້ອມ​ທັງ​ກ່າວ​ຈຸດປະສົງ​ຂອງ​ການ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ທົບ​ທວນ​ຄືນ​ເນື້ອ​ໃນ​ຂອງ​ກົດໝາຍວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ສະບັບ​ປັບປຸງປີ 2010 ຂອງ​ ສປປ ລາວ, ຮັບ​ຟັງ​ການ​ບັນ​ລະ​ຍາຍ​ບົດຮຽນກ່ຽວກັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ຈາກ​ບັນດາ​ຊ່ຽວຊານ​ທີ່​ມາ​ຈາກ ກະຊວງ​ຍຸຕິ​ທຳ ສາທາລະນະ​ລັດ​ ເກົາ​ຫຼີ, ສູນ​ພາກພື້ນອາຊີ ​ແລະ ປາ​ຊີຟິກ, ຄະນະ​ກຳ​ມະ​ທິການ​ກົດໝາຍການ​ຄ້າ​ສາກົນ ສະຫະ​ປະຊາ​ຊາດ ​ແລະ ຄະນະ​ບໍລິຫານ​ການ​ຕັດສິນ​ຂໍ້​ຂັດ​ແຍ່ງ​ການ​ຄ້າ ສາທາລະນະ​ລັດ ​ເກົາ​ຫຼີ ​ແລະ ຈະ​ໄດ້​ສົນທະນາ​ແລກປ່ຽນບົດຮຽນ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ​ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ແກ່​ການ​ກະກຽມປັບ​ປຸງ​ກົດໝາຍສະບັບ​ດັ່ງກ່າວ ​ໃຫ້​ມີ​ເນື້ອ​ໃນ​ອຸດົມສົມບູນ, ສອດຄ່ອງ​ກັບ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ​ໃນ​ປັດຈຸ​ບັນ ​ແລະ ສະ​ເພາະໜ້າ, ອີກ​ດ້ານໜຶ່ງ ກໍ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ກົດໝາຍສອດຄ່ອງ​ກັບ​ບັນດາ​ກົດໝາຍ ​ແລະ ສົນທິສັນຍາ​ສາກົນ ກໍ​ຄື​ພາກພຶ້ນທີ່ ສປປ ລາວ ​ໄດ້​ເຂົ້າຮ່ວມ​ເປັນ​ພາຄີ.

   ຕອນ​ທ້າຍ ທ່ານ​ປະທານ ຍັງ​ໄດ້​ເນັ້ນໜັກ​ໃຫ້​ຜູ້​ເຂົ້າຮ່ວມ​ຈົ່ງ​ພ້ອມ​ກັນ ຄົ້ນຄວ້າ​ປຶກສາ​ຫາລື​ແລກປ່ຽນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີ​ບັນຍາກາດ​ຟົດຟື້ນ.

  ຂ່າວໂດຍ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ

ພາບໂດຍ: ສຸກສາຄອນ ຈັນທະ​ວຸດ

ປະເພດຂ່າວ: