ກະຊວງຍຸຕິທຳ ຈັດກອງປະຊຸມເປີດກວ້າງທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ຄັ້ງທີ I

     ກອງປະຊຸມດັ່ງກ່າວ ໄດ້​ໄຂຂຶ້ນໃນວັນທີ 16 ພະຈິກ 2017 ໂດຍການເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີແຂກຖືກເຊີນທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນ ບັນດາກະຊວງ, ອົງການທຽບເທົ່າ, ພະແນກຍຸຕິທໍາທ້ອງຖິ່ນ, ຜູ້ໄກ່ເກ່ຍ-ກໍາມະການຕັດສີນ, ບັນດາວິສາຫະກິດ-ທຸລະກິດ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ທັງໝົດ 152 ທ່ານ.

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ    ສະບັບປັບປຸງ ທີ່ຄະນະຮັບຜິດຊອບປັບປຸງກົດໝາຍ ໄດ້ຮ່າງສໍາເລັດມາແລ້ວນັ້ນ ເພື່ອໃຫ້ທັນນໍາສະເໜີຜ່ານກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ ປີ 2018 ແລະ ຈະສະເໜີປ້ອງກັນຮ່າງກົດໝາຍສະບັບປັບປຸງນີ້ ຕໍ່ກອງປະຊຸມສະພາແຫ່ງຊາດໃນເດືອນ 4 ປີ 2018.

     ໃນກອງປະຊຸມ ທ່ານ ນາງ ດວງມະນີ ລາວມາວ ໄດ້ສະເໜີ​ໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງວຽກງານໃນລະຍະຜ່ານມາ ແລະ ສະເໜີຮ່າງກົດໝາຍວ່າ​ດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ຕໍ່​ກອງ​ປະຊຸມ ​ເພື່ອ​ໃຫ້ບັນດາຜູ້ເຂົ້າຮ່ວມພິຈາລະນາປະກອບຄໍາເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະ ເຫດຜົນ ​ແລະ ຄວາມ​ຈຳ​ເປັນ​​ໃນ​ການສະ​ເໜີ​ປັບປຸງກົດໝາຍ; ສະພາບ​ການ​ປັບປຸງກົດໝາຍ; ໂຄງ​ປະກອບ ​ແລະ ​ເນື້​ອໃນສຳຄັນຂອງ​ຮ່າງ​ກົດໝາຍສະບັບປັບປຸງ; ຄາດ​ຄະ​ເນ​ຜົນ​ໄດ້​ຮັບ​ພາຍຫຼັງ​ການປັບປຸງກົດໝາຍ. ຫຼັງຈາກນັ້ນ, ບັນຜູ້ເຂົ້າຮ່ວມກໍ​ໄດ້​ມີ​ຄຳ​ຖາມເຈາະ​ຈີ້ມບາງ​ໝວດ, ບາງ​ມາດຕາ ​ແລະ ໄດ້​ພ້ອມ​ກັນ​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ແລະ ດ້ວຍ​ຄວາມ​ຮັບຜິດຊອບສູງ​ຕໍ່​ຮ່າງ​ກົດໝາຍ​ດັ່ງ​ກ່າວ.

ປະເພດຂ່າວ: