ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ) ທີ່ ແຂວງ ຫຼວງພະບາງ

 

        ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 4 ມັງກອນ 2018 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນພະແນກຍຸຕິທຳແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 8 ແຂວງພາກເໜືອ ພ້ອມດ້ວຍບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດຈຳນວນ 98 ທ່ານ, ຍິງ 35 ທ່ານ.

     ພາຍຫຼັງທີ່ປະກາດໃຊ້ກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 06/ສພຊ, ລົງວັນທີ 17 ທັນວາ 2010 ເປັນຕົ້ນມາ ເຫັນວ່າກົດໝາຍສະບັບດັ່ງກ່າວນີ້ ໄດ້ເປັນບ່ອນອີງອັນສຳຄັນໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຄູ່ກໍລະນີທັງພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການໄກ່ເກັ່ຍ ແລະ ຮູບການຕັດສີນ, ຊຶ່ງເປັນກົນໄກແກ້ໄຂຂໍ້ຂັດແຍ່ງທີ່ນຳເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ກໍລະນີ ທີ່ຖືກລະເມີດໄປນັ້ນກັບຄືນມາສູ່ຄູ່ກໍລະນີໄດ້ຈຳນວນບໍ່ໜ້ອຍ, ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍຄືການຂະຫຍາຍຕົວທາງດ້ານເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຫັນວ່າບັນດານະໂຍບາຍ ແລະ ຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ກຳນົດໃນກົດໝາຍສະບັບນີ້ ຕ້ອງໄດ້ຮັບການປັບປຸງ ແລະ ກຳນົດຄືນໃໝ່ ເພື່ອໃຫ້ສອດຄ່ອງ ຕາມກົນໄກເສດຖະກິດຕະຫຼາດຂອງ ສປປ ລາວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນກອງປະຊຸມດັ່ງກ່າວ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມເພີ່ມທະວີຄວາມເອົາໃຈໃສ່ໃນການປະກອບຄຳເຫັນ ບາງເນື້ອໃນເຊັ່ນ: ກ່ຽວກັບດ້ານນະໂຍບາຍທີ່ກຳນົດໃສ່ຮ່າງກົດໝາຍສະບັບປັບປຸງ ແລະ ດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເປັນຕົ້ນແມ່ນຂອດການດຳເນີນການໄກ່ເກັ່ຍ ແລະ ການດຳເນີນການຕັດສີນ ລວມທັງຂອດການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີຄວາມສອດຄ່ອງກັບເສດຖະກິດ-ສັງຄົມໃນປັດຈຸບັນຢ່າງມີບັນຍາກາດຟົດຟື້ນ, ກອງປະຊຸມກໍໄດ້ປິດລົງໃນເວລາ 16:00 ໂມງ ຂອງວັນດຽວກັນນັ້ນ.        

                                                                                                                                                                                                                                                   ພາບ ແລະ ຂ່າວໂດຍ: ຄຳຫຼ້າ ພິມມະສານ

ປະເພດຂ່າວ: