ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ແຂວງ ຈຳປາສັກ

    ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 8 ທັນວາ 2017 ຢູ່ທີ່ຫ້ອງປະຊຸມສະໂມສອນປົກຄອງແຂວງ ຈຳປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນບັນດາພະແນກການພາຍໃນແຂວງ, ບັນດາພະແນກທີ່ຢູ່ອ້ອມຂ້າງແຂວງ ແລະ ຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ອ້ອມຂ້າງແຂວງ, ບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດຈຳນວນ 104 ທ່ານ, ເປັນຍິງ 35 ທ່ານ.

    ພາຍຫຼັງທີ່ປະກາດໃຊ້ກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 06/ສພຊ, ລົງວັນທີ 17 ທັນວາ 2010 ເປັນຕົ້ນມາ ເຫັນວ່າກົດໝາຍສະບັບດັ່ງກ່າວນີ້ ໄດ້ເປັນບ່ອນອີງອັນສຳຄັນໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຄູ່ກໍລະນີທັງພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການໄກ່ເກ່ຍ ແລະ ຮູບການຕັດສີນ, ຊຶ່ງເປັນກົນໄກແກ້ໄຂຂໍ້ຂັດແຍ່ງທີ່ນຳເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ກໍລະນີ ທີ່ຖືກລະເມີດໄປນັ້ນ. ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຫັນວ່າບັນດານະໂຍບາຍ ແລະ ຂັ້ນຕອນການດຳເນີນການແກ້ໄຂທີ່ກຳນົດໃນກົດໝາຍສະບັບນີ້ ຕ້ອງໄດ້ຮັບການປັບປຸງ ແລະ ກຳນົດຄືນໃໝ່ ເພື່ອໃຫ້ສອດຄ່ອງ ຕາມກົນໄກເສດຖະກິດຕະຫຼາດຂອງ ສປປ ລາວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນກອງປະຊຸມດັ່ງກ່າວ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມ ເພີ່ມທະວີຄວາມເອົາໃຈໃສ່ໃນການປະກອບຄຳເຫັນ ບາງເນື້ອໃນເຊັ່ນ: ກ່ຽວກັບດ້ານນະໂຍບາຍທີ່ກຳນົດໃສ່ຮ່າງກົດໝາຍສະບັບປັບປຸງ ແລະ ດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເປັນຕົ້ນແມ່ນຂອດການດຳເນີນການໄກ່ເກ່ຍ ແລະ ການດຳເນີນການຕັດສີນ ລວມທັງຂອດການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີຄວາມສອດຄ່ອງກັບເສດຖະກິດ-ສັງຄົມ ໃນປັດຈຸບັນຢ່າງມີບັນຍາກາດຟົດຟື້ນ, ກອງປະຊຸມດັ່ງກ່າວກໍໄດ້ປິດລົງໃນເວລາ 16:00 ໂມງ ຂອງວັນດຽວກັນນັ້ນ.

ຂ່າວໂດຍ: ຄຳຫຼ້າ ພິມມະສານ                 

ປະເພດຂ່າວ: