ເປີດຝຶກອົບຮົມວຽກງານສື່ມວນຊົນ

ໃນຕອນເຊົ້າວັນທີ 7 ມັງກອນ 2019 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຮອງກົມ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງ, ຮອງຫົວໜ້າພະແນກສະຖາບັນສື່ມວນຊົນ ກະຊວງຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ຜູ້ຕາງໜ້າກົມ, ບັນດາຄູ-ອາຈານພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມທັງໝົດຈຳນວນ 50 ທ່ານ, ຍິງ 11 ທ່ານ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອແນ່ໃສ່ສ້າງພະນັກງານຢູ່ສະຖາບັນຍຸຕິທຳແຫ່ງຊາດ, ບັນດາສະຖາບັນພາກ, ພະນັກງານຮັບຜິດຊອບວຽກງານໜັງສືພິມ, ວາລະສານ ແລະ ສື່ຕ່າງໆ ໃຫ້ມີຄວາມຮູ້ຟື້ນຖານທາງດ້ານທິດສະດີ, ຫຼັກການ, ການຂຽນເນື້ອໃນ, ການອອກແບບ, ການນຳໃຊ້ລະບົບໄອທີໃນການກຳນົດລະບອບແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ມີຄວາມວ່ອງໄວທັນກັບເວລາ, ມີປະສິດທິຜົນໃນການກະກຽມເຮັດວຽກງານຮອບດ້ານກ່ຽວກັບການສ້າງຕັ້ງວາລະສານສະຖາບັນຍຸຕິທຳແຫ່ງຊາດເປັນຕົ້ນການກະກຽມເນື້ອໃນບົດຂໍ້ມູນຂ່າວສານ, ການອອກແບບ ແລະ ການນຳໃຊ້ລະບົບຄວາມທັນສະໄໝຂອງວຽກງານໄອທີເຂົ້າໃນການຕັດຕໍ່ແຕ່ງແຕ້ມຮູບ ແລະ ອອກແບບວາລະສານ. ນອກນັ້ນ, ກໍເພື່ອເຮັດໃຫ້ນັກຝຶກອົບຮົມວຽກງານສື່ມວນຊົນ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນ.
ເນື້ອໃນປະກອບເຂົ້າໃນການຝຶກອົບຮົມໃນຄັ້ງນີ ມີ: ຄວາມຮູ້ຟື້ນຖານກ່ຽກກັບກົດໝາຍວ່າດ້ວຍ ສື່ມວນຊົນ; ພາລະບົດບາດ ແລະ ຈັນຍາບັນຂອງສື່ມວນຊົນລາວ; ວິທີເກັບກຳຂໍ້ມູນຂ່າວສານ; ວິທີຂຽນບົດ, ຂຽນຂ່າວ; ຫຼັກການຈັດໜ້າໜັງສືພິມ ແລະ ວາລະສານ; ທົດລອງຂຽນຂ່າວ, ຂຽນບົດຕົວຈິງ; ການແກ້ບົດຂ່າວທີ່ໄດ້ທົດລອງຂຽນ ແລະ ຕີລາຄາປະເມີນຜົນ.

ໃນຕອນທ້າຍ ທ່ານປະທານ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍທ່ານໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມຈົ່ງມີຄວາມຮັບຜິດຊອບ, ເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຕິດຕາມການບັນລະຍາຍຂອງຄູ-ອາຈານ ເພື່ອຍາດແຍ່ງເອົາຄວາມຮູ້ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອນຳເອົາຄວາມຮູ້ທີ່ຕົນໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.
ຊຸດຝຶກອົບຮົມໄດ້ດຳເນີນ ເປັນເວລາ 5 ວັນ ແລະ ໄດ້ຈະອັດລົງໃນວັນທີ 11 ມັງກອນ 2018.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: