ສະຖາບັນຍຸຕິທໍາ ພາກເໜືອເຜີຍແຜ່ການນຳໃຊ້ສຳນວນຄະດີຈຳລອງ

ໃນຕອນເຊົ້າຂອງວັນພຸດທີ 31 ກໍລະກົດ 2019 ຢູ່ທີ່ສະຖາບັນຍຸຕິທຳພາກເໜືອ ໄດ້ມີກອງປະຊຸມເຜີຍແຜ່ການນຳໃຊ້ສຳນວນຄະດີຈຳລອງ ໂດຍກຸ່ມພັດທະນາສະຖາບັນ ແລະ ການສຶກສາ ໂດຍການເປັນປະທານຮ່ວມຂອງທ່ານ ເພັດປະເສີດ ວັນນະພາ ຄະນະພັກຮາກຖານ ຮອງຫົວໜ້າສະຖາບັນຍຸຕິທໍາ ພາກເໜືອ, ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ອາຈານ ມາຊາໂນລິ ຮາໂຕໂກະ ທີ່ປຶກສາປະຈໍາໂຄງການຈາກປະເທດຍີ່ປຸ່ນ ພ້ອມດ້ວຍພະນັກງານພາຍໃນສະຖາບັນຍຸຕິທໍາ ພາກເໜືອ ເຂົ້າຮ່ວມທັງໝົດ 36 ທ່ານ ຍິງ 11 ທ່ານ.

ຈຸດປະສົງເພື່ອເຜີຍແຜ່ສໍານວນຄະດີຈໍາລອງ ການສຶກສາກົດໝາຍຢູ່ສະຖາບັນການສຶກສາ ໃຫ້ມີຄວາມເຂົ້າໃຈເປັນເອກະພາບທາງດ້ານທິດສະດີກົດໝາຍ, ລະບຽບການ, ຂັ້ນຕອນ ແລະ ວິທີການນໍາໃຊ້ກົດໝາຍຢ່າງຖືກຕ້ອງ, ຊັດເຈນ ຮັບປະກັນການສ້າງນັກກົດໝາຍໃຫ້ມີຄຸນນະພາບ ຊຶ່ງຈັດຂຶ້ນໂດຍກຸ່ມພັດທະນາການສຶກສາ ແລະ ຝືກອົບຮົມ, ໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດ ຍຸຕິທໍາ ແຫ່ງ ສປປ ລາວ ໂດຍການຮ່ວມມືກັນລະຫວ່າງຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາ ຊົນ, ສານປະຊາຊົນ ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA), ໃນກອງປະຊຸມໄດ້ບັນຍາຍ ເຖິງຈຸດປະສົງຄວາມເປັນມາ, ຄວາມໝາຍ ແລະ ຄວາມສໍາຄັນກ່ຽວກັບການສ້າງສໍານວນຄະດີຈໍາລອງ ແລະ ໄດ້ມີກິດຈະກໍາເປັນກຸ່ມເພື່ອສຶກສາຄົ້ນຄວ້າສໍານວນຄະດີຈໍາລອງ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນຕໍ່ສໍານວນຄະດີທີ່ໄດ້ຄົ້ນຄວ້າມານັ້ນດ້ວຍເຫດ ແລະ ຜົນ.

ຈາກນັ້ນ, ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ກໍໄດ້ມີຄໍາເຫັນໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາໃຊ້ສໍານວນຄະດີຈໍາລອງ ເຂົ້າໃນການຮຽນ-ການສອນ ເພື່ອໃຫ້ນັກສຶກສາໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕາມລະບຽບກົດໝາຍດ້ວຍເຫດຜົນ, ສາມາດຮູ້ໄດ້ປະເດັນທີ່ສໍາຄັນ ເພື່ອຈະນໍາມາຜູກມັດ ແລະ ແກ້ມັດໃນຄະດີໃດໜຶ່ງໄດ້. ຈາກນັ້ນ, ທ່ານ ມາຊາໂນລິ ຮາໂຕໂກະ ກໍໄດ້ຂຶ້ນບັນຍາຍ ກ່ຽວກັບຂັ້ນຕອນຂອງການດໍາເນີນຄະດີຢູ່ປະເທດຍີ່ປຸ່ນ ແລະ ທ່ານຍັງໄດ້ມີການຊັກຖາມບາງປະເດັນທີ່ສໍາຄັນໃນການປະກອບຄໍາຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ຄະດີນັ້ນມີຄວາມກະຈ່າງແຈ້ງຂຶ້ນຕື່ມ.

ພາບ ແລະ ຂ່າວໂດຍ: ອານຸລັກ ພົມເພັດ

ປະເພດຂ່າວ: